ປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານາທິບໍດີອີຕາລີ

ປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານາທິບໍດີອີຕາລີ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​
ຕ້ອນຮັບທ່ານ​ປະທານາທິບໍດີ​ Sergio Mattarella ​
(ພາບ: TTXVN)


(vovworld) – ວັນ​ທີ 06/11, ທ່ານ​ປະທານາທິບໍດີ​ອີ​ຕາ​ລີ Sergio Mattarella ​ເລີ່​ມຕົ້ນ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​​ເຖິງ​ຫວຽດນາມ, ​ແຕ່​ວັນ​ທີ 06 – 08/11, ຕາມ​ຄຳ​ເຊີ​ນຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ​. ຕອນ​ບ່າຍ​ວັນ​ດຽວ​ກັນ, ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ສົມ​ກຽດ​ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານາທິບໍດີ​ Sergio Mattarella ​ໄດ້​ມີ​ການ​​ເຈລະຈາ ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ໃຫ​້​ເຂົ້າ​ສູ່ລວງ​ເລິກ ​​ແລະ ​ແທດ​ຈິງ​ກວ່າ. ທີ່​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໃຫ້​ຮູ​້ວ່າ, ​ເລື່ອງ​ອີ​ຕາ​ລີ​ພັດທະນາ​ການ​ພົວພັນ​ກັບ​ຫວຽດນາມ ນັບ​ມື້​ນັບ​ເລິກ​​ເຊິ່ງ ​ແມ່ມມີ​ຄວາມໝາຍ​​ໃຫຍ່​ຫຼວງ​ໃນ​ສະພາບ​ທີ່​ຫວຽດນາມ ພວມ​ຍູ້​ແຮງ​ການ​ເຊື່ອມ​ໂຍງ ​ແລະ ​ເຂົ້າ​ຮ່ວມ​ການ​ເຊື່ອມ​ຕໍ່​​ເສດຖະກິດ​ສາກົນ, ຊຸກຍູ້​ບັນດາ​ສັນຍາ​ການຄ​້າ​ເສລີ​ 2 ຝ່າຍ, ຫຼາຍ​ຝ່າຍ​ທີ່​ສຳຄັນ, ​ໃນ​ນັ້ນ​ໃຫ້​ບຸລິມະສິດ​ສູງ​ແກ່​ສັນຍາ​ການ​ຄ້າ​ເສລີ​ກັບ EU. ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ຫຼາຍ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັວຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ການ​ແລກປ່ຽນ, ​ເສີມຂະຫຍາຍ​ທຸກ​ຮູບ​ການ​ຮ່ວມ​ມື​ຢູ່​ຂັ້ນ​ລັດຖະບານ ກໍ​ຄື​ຢູ່​ທ້ອງ​ຖິ່ນ​ຕ່າງໆ, ຜັນ​ຂະຫຍາຍ​ແຜນການ​​ເຄື່ອນ​ໄຫວ 2015 – 2016; ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ກົນ​ໄກ​ເຈລະຈາ ​ແລະ ຄະນະ​ກຳມະການ​ປະສົມ.

      ສ່ວນ​ທ່ານ​ປະທານາທິບໍດີ​ Sergio Mattarella ຢືນຢັນ​ວ່າ, ຈະ​ຊຸກ​ຍູ້​ສະພາ​ແຫ່ງ​ຊາດ​ອີ​ຕາ​ລີ ​ໃຫ້​ສັດຕະຍາບັນ​ສັນຍາ​ຄູ່​ຮ່ວມ​ມື​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - EU ທີ່​ລົງ​ນາມ​ເມື່ອ​ປີ 2012 ​ໂດຍ​ໄວ; ພ້ອມ​ທັງ​ຢືນຢັນ​ວ່າ, ອີ​ຕາ​ລີ ສະໜັບສະໜູນ​ຫວຽດນາມ ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - EU ​​ແລະ EU ຮັບຮອງ​ຂໍ້​ກຳນົດ​ກົດ​ລະບຽບ​ການ​ຕະຫຼາດ​ໃຫ້​ຫວຽດນາມ ​ໂດຍ​ໄວ.

  ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ແລະ ທ່ານ​ປະທານາທິບໍດີ Sergio Mattarella ກໍ​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ເພີ່ມ​ຂຶ້ນ​ບັນດາ​ການ​ເຄື່ອນ​ໄຫວກໍ່​ຄວາມ​ ຂາດ​ສະຖຽນ​ລະ​ພາບ​ໃຫ້​ສັນຕິພາບ, ສະຖຽນ​ລະ​ພາບ, ປ້ອງ​ກັນ​ຄວາມ​ສະຫງົບ​ ​ແລະ ປອດ​ໄພ​ການ​ເດີນ​ທະ​ເລ, ທາງອາ​ກາດ ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ປະທານາທິບໍດີ ອີ​ຕາ​ລີ ຢືນຢັນ​ວ່າ: ສະໜັບ​ສະ​ໜູນ​ຫຼັກ​ໝັ້ນ​ຂອງ ຫວຽດນາມ ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​​ໂດຍສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ, ຮັກສາ​ເສລີ​ການ​ເດີນ​ທະ​ເລ, ທາງ​ອາກາດ ​ແລະ ຮັບປະກັນ​ຄວາມສະຫງົບ ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ. ທ່ານ​ປະທານາທິບໍດີ Sergio Mattarella ​ໃຫ້​ຮູ້​ວ່າ: ອີ​ຕາ​ລີ ​ໄດ້​ນຳ ຫວຽດນາມ ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່ 10 ຕະຫລາດ​ຫາ​ກໍ່​ພົ້ນ​ເດັ່ນ​ບຸລິມະສິດ​ພັດທະນາ​ການ​ຄ້າ, ການ​ລົງທຶນ; ວິ​ສາ​ຫະກິດ ອີ​ຕາ​ລີ ຫລາຍ​ແຫ່ງ ມີ​​ແຜນການ​ດຳ​ເນີນ​ທຸລະ​ກິດ​ຍາວ​ນາມ ​ແລະ ພວມ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ມີ​ປະສິດທິ​ຜົນ​ຢູ່ ຫວຽດນາມ. ການ​ນຳ 2 ທ່ານ​ກໍ​ແລກປ່ຽນ​ກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື​ວັດທະນະທຳ - ການທ່ອງທ່ຽວ - ການ​ສຶກສາ​ບຳລຸງ​ສ້າງ ​ແລະ ວິທະຍາສາດ​ເຕັກ​ໂນ​ໂລ​ຢີ

        ພາຍຫລັງ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ແລະ ທ່ານ​ປະທານາທິບໍດີ ອີ​ຕາ​ລີ Sergio Mattarella ມີ​ການ​ພົບ​ປະ​ກັບ​ນັກ​ຂ່າວ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ຄືນ​ອີກ​ຄັ້ງໜຶ່ງ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ ອີ​ຕາ​ລີ ​ໃນ​ພາກ​ພື້ນ ​ເອີຣົບ ​ແລະ ​ໂລກ. ສະ​ແດງ​ປາດ​ຖະໜາ​ຢາກ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອີ​ຕາ​ລີ ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ. ທ່ານ ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໃຫ້​ຮູ້​ວ່າ:

   “ ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ການ​ມາ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ, ເປັນ​ການ​ມາ​ຢ້ຽມ​ຢາມ​ຄັ້ງ​ທຳ​ອິດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຕາ​ລີ​ເຖິງ​ຫວຽດ​ນາມ ນັບ​ແຕ່​ເມື່ອ​ ຫວຽດ​ນາມ-ອີ​ຕາ​ລີ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ປີ 1973, ເປັນ​ຂີດ​ໝາຍ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ສຳ​ຄັນ​ໃນ​ການ​ພົວ​ພັນ​ຫວຽດ​ນາມ-ອີ​ຕາ​ລີ. ຂ້າ​ພະ​ເຈົ້າ​ສະ​ແດງ​ຄວາມ​ຂອບ​​ອົກ​ຂອບໃຈ​ຢ່າງ​ຈິງ​ໃຈ​ຕໍ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ທີ່ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ EU ແລະ ຊຸກ​ຍູ້​ສະ​ພາ​ແຫ່ງ​ຊາດ​ອີ​ຕາ​ລີ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຮອບ​ດ້ານ PCA ແລະ ສະ​ໜັບ​ສະ​ໜູນ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ​ຫວຽດ​ນາມ ແລະ EU ໂດຍ​ໄວ, ພ້ອມ​ທັງ​ໃຫ້ EU ຮັບ​ຮູ້ຂໍ້່ກຳນົດ​ກົດ​ລະ​ບຽບ​ການ​ຕະຫຼາດ​ຂອງ​ຫວຽດ​ນາມ​ຢ່າງ​ຄົບ​ຖ້ວນ​ໂດຍ​ໄວ “.

        ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Sergio Mattarella ຢືນ​ຢັນ​ວ່າ: ນີ້​ແມ່ນ​ການ​ຢ້ຽມ​ຢາມ​ສຳ​ຄັນ​ທີ່​ສຸດ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ-ອີ​ຕາ​ລີ; ເຊື່ອໝັ້ນວ່າການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ຈະ​ພັດ​ທະ​ນາ​ໃນ​ຫຼາຍຂົງ​ເຂດຢ່າງ​ເລິກ​ເຊິ່ງກວ້າງ​ຂວາງກວ່າ​ອີກ.

        ເນື່ອງ​ໃນ​ໂອ​ກາດນີ້, ປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕິ້ນ​ຊາງ ແລະ ປະ​ທາ​ນາ​ທິ​ບໍ​ດີ ​ອີ​ຕາ​ລີ Sergio Mattarella ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ແຜນ​ການ​ເຄື່ອນ​ໄຫວ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະ​ຫວ່າງ ຫວຽດ​ນາມ-ອີ​ຕາ​ລີ ໄລ​ຍະ​ປີ 2015-2016 ແລະ ສັນ​ຍາ​ຮ່ວມ​ມື​ ແລະ ໜູນ​ຊ່ວຍ​ການ​ບໍ​ລິ​ຫານ​ໃນ​ຂົງ​ເຂດ​ພາ​ສີ ລະ​ຫວ່າງ​ຫວຽດ​ນາມ-ອີ​ຕາ​ລີ.

        ແລະ​ກໍ່​ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ກໍ່​ມີ​ການ​ຕ້ອນ​ຮັບ​ທ່ານ​ປະ​ທານາ​ທິ​ບໍ​ດີ ອີ​ຕາ​ລີ Sergio Mattarella ​ທີ່​ພວມ​ຢ້ຽ​ມ​ຢາມ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ