ປະທານປະເທດເຈືອງເຕີນຊາງຕ້ອນຮັບລັດຖະມົນຕີກະຊວງກະສິກຳ-ປ່າໄມ້-ການປະມົງຍີ່ປຸ່ນ
(ພາບ: VGP/Mạnh Hùng)
(vovworld) - ຕອນບ່າຍວັນທີ 25/6, ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບທ່ານ Haysashi Yoshimasa, ລັດຖະມົນຕີກະຊວງກະສິກຳ - ປ່າໄມ້ - ການປະມົງ ຍີ່ປຸ່ນ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຂອບອົບຂອບໃຈ ແລະ ຕີລາຄາສູງບັນດາກະຊວງ, ຂະແໜງການຂອງ ຍີ່ປຸ່ນ ທີ່ໄດ້ມີການສົມທົບກັນເປັນຢ່າງດີເພື່ອປະຕິບັດບັນດາຄຳໝັ້ນສັນຍາຂັ້ນສູງພາຍຫຼັງການຢ້ຽມຢາມ ຍີ່ປຸ່ນ ຂອງທ່ານປະທານປະເທດ, ເຊິ່ງສະແດງໃຫ້ເຫັນຜ່ານການໜູນຊ່ວຍບັນດາຊາວປະມົງພາກກາງ ຫວຽດນາມ ປຸງແຕ່ງປາທູນາ, ໜູນຊ່ວຍນັກວິສາວະກອນຫວຽດນາມ ໄປ ຍີ່ປຸ່ນ ບຳລຸງສ້າງ. ທ່ານປະທານປະເທດ ສະເໜີໃຫ້ທ່ານ ລັດຖະມົນຕີ Haysashi Yoshimasa ສືບຕໍ່ໜູນຊ່ວຍ ຫວຽດນາມ ຜ່ານການຂົນຂວາຍບັນດາໂຄງການ FDI ຂອງ ຍີ່ປຸ່ນ ທີ່ລົງທຶນເຂົ້າ ຫວຽດນາມ, ຊ່ວຍ ຫວຽດນາມ ພັດທະນາເຕັກໂນໂລຢີປຸງແຕ່ງ, ບໍລິການກະສິກຳ, ນຳໃຊ້ກົນຈັກເຂົ້າໃນການຜະລິດ, ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນ 2 ປະເທດ.
ທ່ານລັດຖະມົນຕີ Haysashi Yoshimasa ຢືນຢັນຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ຫັນບັນດາເນື້ອໃນການຮ່ວມມືດ້ານກະສິກຳລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ ທີ່ທັງ 2 ຝ່າຍເຫັນດີເປັນເອກະສັນໃນການຢ້ຽມຢາມ ຍີ່ປຸ່ນຂອງທ່ານປະທານປະເທດ ເຈືອງເຕີນຊາງ ເມື່ອເດືອນ 3 ຜ່ານມາໃຫ້ປະກົດຜົນເປັນຈິງ.
ກ່ຽວກັບບັນຫາກ່ຽວຂ້ອງເຖິງອະທິປະໄຕທະເລຂອງ ຫວຽດນາມ, ທ່ານລັດຖະມົນຕີຕີລາຄາສູງຫຼັກໝັ້ນຂອງ ຫວຽດນາມ ທີ່ຢືດໝັ້ນແກ້ໄຂບັນຫາທະເລຕາເວັນອອກດ້ວຍມາດຕະການສັນຕິພາບ, ເໝາະສົມກັບກົດໝາຍສາກົນ.