ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ
ຕ້ອນຮັບທ່ານ ບຸນເກີດ ສັງສົມສັກ
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 5/11, ທີ່ການຕ້ອນຮັບທ່ານ ບຸນເກີດ ສັງສົມສັກລັດຖະມົນຕີວ່າການກະຊວງຍຸຕິທຳ ລາວ ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ຫວັງວ່າ ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ຄະນະຜູ້ແທນຂັ້ນສູງຂອງກະຊວງຍຸຕິທຳ ລາວ ຈະແລກປ່ຽນບົດຮຽນກັບ ຫວຽດນາມ, ໜູນໃຊ້ບັນດາຜົນງານ ທີ່ແທດເໝາະກັບສະພາບການຂອງ 2 ປະເທດ. ທ່ານປະທານປະເທດ ເນັ້ນໜັກວ່າ: ຄວາມສຳຄັນຂອງພາລະກິດປະຕິຮູບດ້ານຕຸລາການໃນສະພາວະເຊື່ອມໂຍງ, ພ້ອມທັງ ສະເໜີ ຫວຽດນາມ ແລະ ລາວ ສືບຕໍ່ເພີ່ມທະວີສົມທົບກັນລະຫວ່າງບັນດາຂັ້ນ, ຂະແໜງການ, ທ້ອງຖິ່ນ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຢືນຢັນວ່າ: ຫວຽດນາມ ຈະສ້າງເງື່ອນໄຂຊ່ວຍເຫຼືອ ລາວ ໃນການຍົກສູງລະດັບຄວາມຮູ້ໃຫ້ແກ່ພະນັກງານ; ປະກອບສ່ວນສ້າງພື້ນຖານດ້ານຍຸຕິທຳເຄື່ອນໄຫວຢ່າງມີປະສິດທິຜົນ.
ສ່ວນທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການກະຊວງຍຸຕິທຳ ລາວ ປາດຖະໜາຢາກໃດ້ຮັບການໜູນຊ່ວຍຈາກ ຫວຽດນາມ ໃນການສົ່ງນັກຊ່ຽວຊານຂັ້ນສູງ ຊ່ວຍ ລາວ ສ້າງວິວັດການປະຕິຮູບດ້ານຕຸລາການ, ຫັນບັນດາແຜນນະໂຍບາຍທິດທາງຂອງພັກ, ລັດ ລາວ ເປັນລະອຽດ ໃນການກໍ່ສ້າງພື້ນຖານຍຸຕິທຳປອດໃສ ແລະ ໝັ້ນຄົງເຂັ້ມແຂງ.
ແລະກໍໃນວັນດຽວກັນ, ທ່ານ ເຈືອງຮ່ວາບິ່ງ ປະທານສານປະຊາຊົນສູງສຸດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການກະຊວງຍຸຕິທຳ ລາວ. ທ່ານ ເຈືອງຮ່ວາບິ່ງ ຢືນຢັນວ່າ: ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນໃນວຽກງານປະຕິຮູບດ້ານຕຸລາການກັບ ລາວ. ທ່ານເຈືອງຮ່ວາບິ່ງ ແຈ້ງໃຫ້ຊາບວ່າ: ສານປະຊາຊົນສູງສຸດ ຫວຽດນາມ ພວມໜູນຊ່ວຍສານປະຊາຊົນສູງສຸດ ລາວ ຄົ້ນຄວ້າກ່ຽວກັບການສ້າງຕັ້ງສານບໍລິຫານໃນລະບົບສານປະຊາຊົນ. ຄຽງຂ້າງນັ້ນ, ສານປະຊາຊົນຂັ້ນແຂວງຫລາຍແຫ່ງ ຂອງ 2 ປະເທດ ຫວຽດນາມ - ລາວ ໄດ້ເຊັນຂໍ້ຕົກລົງການຮ່ວມມື ແລະ ພວມສົມທົບກັນໃນການແບ່ງປັນຂໍ້ມູນຂ່າວສານຢ່າງແໜ້ນແຟ້ນ. ສ່ວນທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການກະຊວງຍຸຕິທຳ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ ລາວ ກໍຈະດຳເນີນການປັບປຸງລັດຖະທຳມະນູນ. ທ່ານ ບຸນເກີດ ສັງສົມສັກ ຢືນຢັນວ່າ: ລັດຖະບານ ແລະ ກະຊວງຍຸຕິທຳ ລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອແນໃສ່ພັດທະນາສາຍພົວພັນຮ່ວມມືອັນດີງາມໃນຂອບເຂດຍຸຕິທຳເວົ້າສະເພາະ ແລະ ການພົວພັນ 2 ປະເທດເວົ້າລວມ.