ປະທານປະເທດເຈືອງເຕີ໋ນຊາງພົບປະກັບປະທານສະພາແຫ່ງຊາດຕານຊານີ
(ທ່ານປະທານປະເທດ ເຈືອງເຕີ໋ນຊາງ ພົບປະກັບທ່ານ
ປະທານສະພາແຫ່ງຊາດ ຕານຊານີ Job Ndugai)
(vovworld) - ວັນທີ 10/03, ໃນຂອບເຂດການຢ້ຽມຢາມທາງລັດຖະກິດສາທາລະນະລັດເອກະພາບ ຕານຊານີ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ຕານຊານີ Job Ndugai. ທີ່ການພົບປະ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ອວຍພອນທ່ານ Job Ndugai ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ຕານຊານີ ແລະ ສະແດງຄວາມເຊື່ອໝັ້ນວ່າ: ດ້ວຍບົດບາດ ແລະ ອິດທິພົນຊື່ສຽງຂອງຕົນ ທ່ານປະທານສະພາແຫ່ງຊາດ ຈະມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດກ່ວາອີກ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ເນັ້ນໜັກເຖິງ 3 ຂົງເຂດຮ່ວມມືຈຸດສຸມແມ່ນ ກະສິກຳ, ໂທລະຄົມມະນາຄົມ ແລະ ການຄ້າ, ບົນພື້ນຖານນັ້ນ 2 ປະເທດຈະເປີດກ້ວາງການຮ່ວມມືອອກສູ່ບັນດາຂົງເຂດອື່ນໆ.
ສ່ວນທ່ານປະທານສະພາແຫ່ງຊາດ Job Ndugai ຢືນຢັນວ່າ: ຕານຊານີ ຍາມໃດກໍ່ຖື ຫວຽດນາມ ເປັນຄູ່ຮ່ວມມືສະໜິດສະໜົມ ແລະ ສະແດງຄວາມປາດຖະໜາຢາກພັດທະນາການພົວພັນຮ່ວມມືກັບສະພາແຫ່ງຊາດ ຫວຽດນາມ, ໃນນັ້ນມີບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ.
ແລະໃນວັນດຽວກັນ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ກໍ່ລົງຢ້ຽມຢາມຖາມຂ່າວພະນັກງານພາລະກອນສະຖານທູດ ຫວຽດນາມ ປະຈຳ ຕານຊານີ. ນະທີ່ນີ້, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ໄດ້ເນັ້ນໜັກວ່າ: ເພື່ອປະຕິບັດໜ້າທີ່ເຊື່ອມຕໍ່ເສດຖະກິດສັງຄົມ, ວັດທະນະທຳການຕ່າງປະເທດລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຟຣີກາຕາເວັນອອກ, ພະນັກງານພາລະກອນສະຖານທູດຄວນຊອກຮູ້ຄວາມສາມາດບົ່ມຊ້ອນທ່າແຮງຂອງບັນດາຝ່າຍ, ສື່ສານ ເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ຊອກໄດ້ຕະຫລາດໃໝ່ ແລະ ກົງກັນຂ້າມ.