ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງກວາງຫງ້າຍ

ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງກວາງຫງ້າຍ - ảnh 1
ປະທານປະເທດເຈືອງເຕີນຊາງ
ຢ້ຽມຢາມແລະເຮັດວຽກຢູ່ແຂວງກວາງຫງ້າຍ
(ພາບ: vtc)


(vovworld) –​ ວັນ​ທີ 22/02, ທ່​ານ​ປະ​ທານ​ປະ​ເທດ ເຈືອ​ງ​ເຕີນ​ຊາງ ໄດ້​ລົງ​ຢ້ຽມ​ຢາມ ແລະ ເຮັດວຽກ​ຢູ່​ແຂວງ ກວາງ​ຫງ້າຍ. ພາຍ​ຫຼັງ​ໄປ​ຮອດ​ເມືອງ​ເກາະ ລິ໋​ເຊີນ, ທ່ານ​ປະ​ທາ​ນ​ປະ​ເທດ ເຈືອ​ງ​ເຕີນ​ຊາງ ໄ​ດ້​ໄປ​ຖະ​ຫວາຍ​ທູບ​ທຽນ​ຢ​ູ່ ເອີມ​ລິງ​ຕື້, ​ໄດ້​ຮັບ​ການກໍ່​ສ້າງ​ກ່ອນນີ້ 300 ປີ, ເຊິ່ງ​ແມ່ນ​ບ່ອນບູ​ຊາ​ບັນ​ດາ​ນັກ​ຮົບ​ຮ່​ວາງ​ຊາ. ຢ​ູ່​​ຕາ​ແສງ ອານ​ຫາຍ, ທ່ານ​ປະ​ທານ​ປະ​ເທດ ໄດ້​ຮັບ​ຟັງ​ການ​ນຳ​ຕາ​ແສງ​ລາຍ​ງານ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ. ເນັ້ນ​ໜັກ​ເຖິງ​ທີ່​ຕັ້ງ​ຍຸດ​ທ​ະ​ສາດ​ສຳ​ຄັນ​ຂອງ​ລິ໋​ເຊີນ, ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ​້​ອຳ​ນາດ​ການ​ປົກ​ຄອງ​ປະ​ຕິ​ບັດ​ວຽກ​ງານ​ວາງ​ແຜນ​ຜັງ​ເປັນ​ຢ່າງ​ດີ, ຊ່ວຍ​ໃຫ້​ລິ໋​ເຊ​ີນ ໃນ​ອະ​ນາ​ຄົນ​ບໍ່​ພ​ຽງ​ແຕ່ໃຫ້​ສວຍ​ງາມ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ຄວາມຮັ່ງ​ມີ​ອີກ​ດ້ວຍ.

      ເມື່ອ​​ມາ​ຢ້ຽມ​ຢາມ​ ແລະ ໂອ້​ລົ​ມກັບຊ​າວ​ກະ​ສິ​ກອນ, ທ່ານ​ປະ​ທານ​ປະ​ເທດ ໄດ້​ແບ່ງ​ປັນ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ ເມື່ອ​​ໄພທຳ​ມະ​ຊາດ​ປີນີ້​ໄ​ດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ລະ​ດູ​ກາ​ນ​ເກັບ​ກ່ຽວ ຫຼຸດ​ຜ່ອນ​ສະ​ມັດ​ຕະ​ພາບ​ຜົນ​ລະ​ປູກ. ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້​ແຂວງ ກວາງ​ຫງ້າຍ ແລະ ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ນອກ​ຈາກ​ການ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ກ່ຽວ​ກັບ​ຕົ້ນ​ໄມ້ແລ້ວ ກໍ່​ຕ້ອງ​ຄົ້ນ​ຄວ້າ, ເພີ່ມ​ເຕີມ​ຕົ້​ນ​ໄມ້, ສັດ​ລ້ຽງ, ກໍ່​ສ້າງ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ຮັບ​ໃຊ້​ການ​ຜ​ະ​ລິດ​ກະ​ສິ​ກຳ.

ຂ່າວ/ບົດ​ອື່ນ