(ທ່ານປະທານປະເທດ ເຈືອງເຕີ໋ນຊາງ ລົງຢ້ຽມຢາມ
ວິສາຫະກິດຢູ່ແຂວງ ບັກນິງ)
(vovworld) - ວັນທີ 06/03, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ນຳໜ້າຄະນະປະຕິບັດງານຂອງສູນກາງລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບັກນິງ. ທີ່ການເຮັດວຽກກັບການນຳແຂວງ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງບັນດາຜົນງານເຊິ່ງແຂວງ ບັກນິງ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານປະທານປະເທດສະເໜີແຂວງ ບັກນີງ ຄວນສືບຕໍ່ປ່ຽນໃໝ່ບຸກທະລຸ ເພື່ອກ້າວຂຶ້ນຢ່າງໝັ້ນຄົງບົນເສັ້ນທາງພັດທະນາ, ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງທີ່ມີຢູ່ແລ້ວ. ແຂວງຄວນສຸມໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງໃນວິວັດແຫ່ງການເຊື່ອມໂຍງໃນໄລຍະໃໝ່. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຊີ້ແຈ້ງວ່າ:
“ແຂວງຄວນເອົາໃຈໃສ່ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດໃນບໍລິເວນສືບຕໍ່ພັດທະນາ, ຊອກຫາທຸກວິທີ ເພື່ອແນໃສ່ເພີ່ມອັດຕາສ່ວນວິສາຫະກິດເຂົ້າຮ່ວມລະບົບຄຸນຄ່າຜະລິດຕະພັນພາຍໃນ, ກ່ອນອື່ນໝົດແມ່ນເປີດປະຕູເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດເຂົ້າມາລົງທຶນ. ບໍ່ພຽງແຕ່ຂັ້ນທ້ອງຖິ່ນເທົ່ານັ້ນ ຫາກຍັງຂັ້ນສູນກາງກໍ່ຕ້ອງມີນະໂຍບາຍຢ່າງແນ່ນອນ ອີກດ້ວຍ”
ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບັດນິງ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ໄດ້ລົງຢ້ຽມຢາມບາງວິສາຫະກິດ, ຮາກຖານຜະລິດດຳເນີນທຸລະກິດໃນບໍລິເວນແຂວງ, ຖະຫວາຍທູບທຽນອາໄລຫາທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນວັນກື່ ຢູ່ເຂດອະນຸສະຖານ ທ່ານເລຂາທິການໃຫຍ່ ຫງວຽນວັນກື່ ທີ່ ຕາແສງ ຟູ່ເຄ, ເທດສະບານ ຕື່ເຊີນ.