ປະທານປະເທດເຈືອງເຕີນຊາງລົງຢ້ຽມຢາມແລະເຮັດວຽກຢູ່ແຂວງດັກນົງ

ປະທານປະເທດເຈືອງເຕີນຊາງລົງຢ້ຽມຢາມແລະເຮັດວຽກຢູ່ແຂວງດັກນົງ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ລົງ​ຢ້ຽມຢາມ​ບັນດາ​ນັກຮົບ​ກອງພັນ​ນ້ອຍ​ຝຶກ​ອົບຮົມ​ເຄື່ອນ​ທີ່
(ພາບ: baomoi.com)


(vovworld) - ​ເມື່​ອລົງ​ຢ້ຽມຢາມ​ປະຊາຊົນ​ຕາ​ແສງ ດຶກ​ມິ​ງ, ​ເມືອງ ດັກ​ມິນ ​ໃນ​ວັນ​ທີ 30/12, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍຕາ​ແສງ​ບັນລຸ​ໄດ້ 13 ​ໃນ​ຈຳນວນ 19 ມາດຖານ​ຊົນນະບົດ​ໃໝ່. ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ພໍ່​ແມ່​ປະຊາຊົນ​​ໃນ​ຕາ​ແສງ​ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈກໍ່ສ້າງ​ຊົນນະບົດ​​ໃໝ່.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ລົງ​ຢ້ຽມຢາມ​ບັນດາ​ນັກຮົບ​ກອງພັນ​ນ້ອຍ​ຝຶກ​ອົບຮົມ​ເຄື່ອນ​ທີ່, ທະຫານ​ປ້ອງ​ກັນ​ຊາຍ​ແດນ​​ແຂວງ ດັກ​ນົງ. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ໄດ້​ຕັກ​ເຕືອນ​ພະນັກງານ, ນັກຮົບ​ຫົວໜ່ວຍ​ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ປະຕິບັດ​ກົດ​ລະບຽບ, ຍົກ​ສູງ​ຄຸນ​ນະພາ​ບການ​ຝຶກ​ອົບຮົມ ​ແລະ ຄວາມ​ສາມາດ​ກຽມພ້ອມ​ສູ້​ຮົບ​ເປັນ​ປະຈຳ​ເພື່ອກາຍ​ເປັນ​ກຳລັງຫຼວງ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ໃນ​ໄລຍະ​ໃໝ່.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ບ້ານ ຢັງ​ປ​ໄລ 2, ຕາ​ແສງ ​ເຈື່ອງ​ຊວນ, ​ເມືອງ ດັກຊອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ປຸກລະດົມ​ປະຊາຊົນ​ປະຕິບັ​ດ​ແບບ​ວິທີກະ​ເສດ​ສູ​ມ​ເພີ່ມສະມັດ​ຕະພາບ, ນຳ​ໃຊ້​ວິທະຍາ​ສາດ​ໃນ​ການ​ຜະລິ​ດ​ເພື່ອ​ຍົກ​ສູ​ງສະມັດ​ຕະພາບ​ຜົນລະປູກ, ສັດລ້ຽງ. ທ່ານ​ປະທານ​ປະ​ເທດ ຮຽກ​ຮ້ອງ​​ໃຫ້​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​​ໃນ​ແຂວງ ດັກ​ນົງ ​ແລະ ​ເມືອງ ດັກ​ຊອງ ຈຶ່ງ​ເອົາ​ໃຈ​ໃສ່​ບັນດາ​ຂໍ້​ສະ​ເໜີ​ຂອງ​ປະຊາຊົນ​ເພື່​ອມີ​ມາດ​ຕະການ​ແກ້​ໄຂ​ຢ່າງ​ມີ​ປະສິດ​ທິຜົນ.


ຂ່າວ/ບົດ​ອື່ນ