ປະທານປະເທດເຈືອງເຕີນຊາງອວຍພອນບຸນເຕັດກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດຫວຽດນາມ

ປະທານປະເທດເຈືອງເຕີນຊາງອວຍພອນບຸນເຕັດກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດຫວຽດນາມ - ảnh 1
ທ່ານປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ອວ​ຍ​ພອນ​ບຸນ​ເຕັດ​
ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ​ແຫ່ງ​ຊາດ​ຫວຽດ​ນາມ
(ພາບ: dangcongsan)


(vovworld) –​ ຕອນ​ບ່າຍ​ວັນ​ທີ 04/02, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊ​າງ ໄດ​້​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່​ໝູ່​ພະ​ນັກ​ງານ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຂອງ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ​ແຫ່ງ​ຊາດ​ຫວຽດ​ນາມ. ກ່າວ​ຄຳ​ເຫັນຢູ່​ທີ່ນີ້, ​ທ່ານ​ປະ​ທານ​ປະ​ເທດ ​ ​ຖື​ວ່າ, ປີ 2016 ແມ່ນ​ປີ​ທີ່ວຽດ​ນາມ ເຊື່ອ​ມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ສະ​ນັ້ນ, ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ​ແຫ່ງ​ຊາດ​ຫວຽດ​ນາມ ຕ້ອງ​ຮັບ​ຮູ້​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ​ກາ​ລະ​ໂອ​ກາດ, ​ຄວາມສະ​ດວກ ເພື່ອ​ມີ​ຍຸດ​ທ​ະ​ສາດ ແລະ ມາດ​ຕະ​ການ​​ໃຫ້​ເໝາະ​ສົມ ​ເຮັດ​ໃຫ້ກຸ່ມ​ບໍ​ລິ​ສັດ​ພັດ​ທະ​ນາ​ຢ່າງ​ໄວ ແລະ ໝັ້ນ​ຄົງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ການ​ປ້ອງ​ກັນ​ຊາດ​, ການ​ພົວ​ພັ​ນ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ຊາດ. ທ່ານ​ປະ​ທານ​ປະ​ເທດ ເຊື່ອ​ໝັ້​ນ​ວ່າ, ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ​ແຫ່ງ​ຊາດ​ຫວຽດ​ນາມ ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ຕໍ່​ໜ້າ ເພື່ອ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງກວ່າ​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ, ​ເພື່ອພັດ​ທະ​ນາ​ໃຫ້​ທັດ​ທຽມ​ກັບ​ບັນ​ດາ​ປະ​ເທດ​ຢູ່ພາກ​ພື້​ນ ແລະ ໃນ​ໂລກ​ເທື່ອ​ລະ​ກ້າວ.

      ແລະ​ກ​ໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ເນື່ອ​ງ​ໃນ​ໂອ​ກາດ​ກະ​ກ​ຽ​ມ​ຕ້ອນ​ຮັບ​ບຸນ​ເຕັດ ແລະ ສະ​ເຫຼີມ​ສະ​ຫຼອງ 86 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ທ່ານ​ປະ​ທ​ານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ ຢູ່​ສຸ​ສານ ມາຍ​ຢີກ, ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ