ປະທານປະເທດເຈືອງເຕີ໋ນຊາງເຂົ້າຮ່ວມກອງປະຊຸມໃຫຍ່ສະມາຄົມວິທະຍາສາດປະຫວັດສາດຫວຽດນາມ

ປະທານປະເທດເຈືອງເຕີ໋ນຊາງເຂົ້າຮ່ວມກອງປະຊຸມໃຫຍ່ສະມາຄົມວິທະຍາສາດປະຫວັດສາດຫວຽດນາມ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ
ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່
(ພາບ: XuanTrung)

(vovworld) – ​​ ​ໃນ​ຕອນ​ເຊົ້າ​ວັນ​ທີ 30/11 ຢູ່​ຮ່າ​ໂນ້ຍ, ​ໄດ້ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ສະມາຄົມວິທະຍາສາດ​ປະຫວັດສາດ ຫວຽດນາມ ຊຸດ​ທີ 7. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ເນັ້ນ​ໜັກ​ວ່າ: ​ໃນ​ພາລະກິດ​ປ່ຽນ​ໃໝ່, ວົງ​ການ​ນັກ​ຄົ້ນຄວ້າ​ປະຫວັດສາດ​ໄດ້​ມີ​ບັນດາ​ການ​ປະກອບສ່ວນ​ສຳຄັນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສະ​ເໜີ​ສະມາຄົມ​ວິທະຍາສາດ​ປະຫວັດສາດ ຫວຽດນາມ ຈົ່ງ​ລະດົມ​ກຳລັງ​ໃຈ​ຢ່າງ​ສູງ​ສຸດ​ແກ່​ການ​ປະກອບ​ກຳລັງ​ເຫື່ອ​ແຮງ​ຂອງ​ວົງ​ການ​ນັກ​ຄົ້ນຄວ້າປະຫວັດສາດ ​ເຂົ້າ​ໃນ​ການ​ຜັນ​ຂະຫຍາຍ ​ແລະ ຮຽບຮຽງ​ສຳ​ເລັດ​ຊຸດ​ປຶ້ມ​ປະຫວັດສາດ ຫວຽດນາມ ດ້ວຍ​ຄຸນ​ນະພາ​ບສູງ​ສຸດ ຕາມ​ນ້ຳ​ໃຈ​ຄຳ​ສັ່ງ​ຂອງ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕີ໋ນຊາງ ກໍ່ຮຽກຮ້ອງ​ສະມາຄົມວິທະຍາສາດ​ປະຫວັດສາດ​ຄວນ​ມີ​ແຜນການ​ສັງ​ລວມ ​ແລະ ມີ​ບາດກ້າວ​​ເດີນລະອຽດ ​ເພື່ອ​ວົງ​ການ​ນັກ​ຄົ້ນຄວ້າປະຫວັດ​ສາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ດ້ວຍ​​ເປົ້າ​ໝາຍ​ແບ່ງປັນ​ບົດຮຽນ, ວິທີ​ການ ​ແລະ ທັກ​ສະ​ກ້າວໜ້າ, ພ້ອມ​ກັນ​ນັ້ນ ກໍ່ຍາດ​ແຍ່ງການ​ສະໜັບສະໜູນ​ຂອງ​ວົງ​ການ​ນັກ​ຄົ້ນຄວ້າປະຫວັດສາດ​ສາກົນທີ່​ມີ​ຕໍ່​ພາລະກິດ​ສ້າງສາ​ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່.

ຂ່າວ/ບົດ​ອື່ນ