ປະທານປະເທດເຈືອງເຕິ໋ນຊາງເຂົ້າຮ່ວມການເຄື່ອນໄຫວສະເຫຼີມ ສະຫຼອງ75ປີ ແຫ່ງວັນນາມກີ່ລຸກຮື້ຂຶ້ນຢູ່ລອງອານ

ປະທານປະເທດເຈືອງເຕິ໋ນຊາງເຂົ້າຮ່ວມການເຄື່ອນໄຫວສະເຫຼີມ ສະຫຼອງ75ປີ ແຫ່ງວັນນາມກີ່ລຸກຮື້ຂຶ້ນຢູ່ລອງອານ - ảnh 1
(ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ
ຕັດ​ແຖບ​ແພ​ເປີດ​ສະຫຼອງ​ອະນຸສາວະລີ​ນັກຮົບ ນາມ​ກີ່​ ລຸກ​ຮື້ຂຶ້ນ)


(vovworld) - ຕອນ​ເຊົ້າ​ວັນ​ທີ 21/11, ​ເມື່ອ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວຕ່າງໆ​ສະ​ເຫຼີ​ມສະຫຼອງ 75 ປີ ​ແຫ່ງ​ວັນນາ​ມກີ່ (ພາກ​ໃຕ້) ​ລຸກ​ຮຶື້ຂຶ້ນ​ (23/11/1940-23/11/2015) ຢູ່​ເມືອງ ດຶກ​ຮ່ວາ, ​ແຂວງ​ລອງ​ອານ. ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ພ້ອມ​ກັບ​ບັນດາ​ຜູ້​ແທນ​ໄດ້ຕັດ​ແຖບ​ແພ​ເປີດ​ສະຫຼອງ​ອະນຸສາວະລີ​ນັກຮົບ ນາມ​ກີ່​ ລຸກ​ຮື້ຂຶ້ນ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ຢືນຢັນ​ວ່າ:

“ການ​ລຸກ​ຮຶື້ຂຶ້ນ​ຢູ່​ນາມ​ກີ່ ​ແມ່ນ​ການ​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ຄວາມ​ອົງອາດ​ກ້າຫານ, ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​ຊາດ​ຫວຽດນາມ​ໃນ​ຍຸກ​ປະຈຸ​ບັນ. ການ​ເສຍສະຫຼະ​ຊີວິດ​ຢ່າງ​ອົງອາດ​ຂອງ​ປະຊາຊົນ, ນັກຮົບ​ໃນ​ການ​ລຸກ​ຮຶື້ຂຶ້ນ​ຢູ່ນາມ​ກີ່ ​ໄດ້​ປະກອບສ່ວນ​ສ້າງ​ພື້ນຖານ, ປະຖົມ​ປັດ​ໃຈ ​ເພື່ອ​ໃຫ້​ປະຊາຊົນ​ຫວຽດນາມ​ ກ້າວ​ຂຶ້ນ​ຍາດ​ເອົາ​ໄຊຊະນະ​ອັນ​ສະຫງ່າ​ລາສີ​ໃນ​ການ​ປະຕິວັດ​ເດືອນ​ສິງຫາ​ ປີ 1945; ປະກອບສ່ວນ​ຄູນ​ສ້າງ​ຄວາມ​ອາດ​ຫານ, ​ເຈດ​ຈຳນົງ​ກ້າ​ແກ່ນ​ໃຫ້​ພັກ​ເຮົາ, ປະຊາຊົນ​ເຮົາ​ ໃນ​ການ​ຕໍ່ຕ້ານ​ຍາວ​ນານ​ໃນ​ໄລຍະ 30 ປີ, ປະຕິບັດ​ສຳ​ເລັດ​ພາລະກິດ​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ດ້ວຍ​ໄຊຊະນະ​ຂອງ​ບັ້ນ​ຮົບ ​ໂຮ່ຈີ​ມິນ ປະຫວັດສາດ​ປີ 1975“.

​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 21/11, ຄະນະ​ຈັດ​ຕັ້ງ​ວັນ​ບຸນ​ໃຫຍ່​ນະຄອນ ​ໂຮ່ຈີ​ມິນ ກໍ່​ຈັດ​ຕັ້ງພິທີສະ​ເຫຼີ​ມສະຫຼອງ 75 ປີ ​ແຫ່ງ​ວັນ ນາ​ມກີ່​ ລຸກ​ຮື້ຂຶ້ນຢູ່​ເຂດ​ອະນຸສອນ​ສະຖານ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໃນ​ເມືອງ ຮອກ​ມົນ, ນະຄອນ​ໂຮ່ຈີ​ມິນ.

ຂ່າວ/ບົດ​ອື່ນ