ວັນທີ 19/11, ກ່າວຄວາມເຫັນໃນພິທີສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງມະຫາວິທະຍາໄລເສດຖະກິດແຫ່ງຊາດ, ທ່ານປະທານປະເທດຫວຽດນາມ ເຈືອງເຕ໋ນຊາງ ໄດ້ຊົມເຊີຍບັນດາຜົນງານເຊິ່ງພະ ນັກງານ ຄູອາຈານ ແລະນັກສຶກສາຂອງໂຮງຮຽນບັນລຸໄດ້ໃນ 55 ປີທີ່ຜ່ານມາ. ທ່ານປະທານປະເທດຫວຽດນາມ ເຈືອງເຕ໋ນຊາງ ສະເໜີວ່າ ໃນໄລຍະຈະມາເຖິງ ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ, ໃນນັ້ນມີການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ ສູງ ເພື່ອຮັບໃຊ້ພາລະກິດຫັນເປັນອຸດສາຫະກຳ ແລະທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນນັ້ນ, ທາງມະຫາວິທະຍາໄລເສດຖະກິດແຫ່ງຊາດຄວນມີບັນດາບາດກ້າວພັດທະນາຢ່າງແຮງກວ່າ.
ດ້ວຍບົດບາດແມ່ນໂຮງຮຽນຈຸດສູມ, ແມ່ນສູນກາງຄົ້ນຄ້ວາວິທະຍາ ສາດເສດຖະກິດໃນຈຳນວນມະຫາວິທະຍາໄລເສດຖະກິດຂອງປະເທດຊາດ, ທາງໂຮງຮຽນຄວນນຳໜ້າໃນການປ່ຽນໃໝ່ເນື້ອໃນ, ຫຼັກສູດ, ວິທີການສິດສອນ ແລະຮ່ຳຮຽນຢ່າງຮອບດ້ານ.. ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະສະໜອງຫຼັກຖານວິທະຍາສາດຫຼາຍຢ່າງໃຫ້ແກ່ພັກ, ລັດ.
ເພື່ອຮັບຮູ້ບັນດາຜົນງານເຊິ່ງທາງໂຮງຮຽນຍາດມາໄດ້ນັ້ນ, ຕ່າງໜ້າພັກ ແລະລັດ, ທ່ານປະທານປະເທດຫວຽດນາມ ເຈືອງເຕ໋ນຊາງໄດ້ປະດັບຫຼຽນໄຊ ໂຮ່ຈີມິນ ຊັ້ນ 2 ໃຫ້ແກ່ມະຫາວິທະຍາໄລເສດຖະກິດແຫ່ງຊາດ.