ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງ ກອງປະຊຸມ Bangdung

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງ ກອງປະຊຸມ Bangdung - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ກອງ​ປະຊຸມ Bangdung
(ພາບ: tgvn.com.vn)


​(vovworld) – ຕອນ​ບ່າຍ​ວັນ​ທີ 24/04, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເດີນທາງ​ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມຢາມ​ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ - ອາ​ຟະ​ລິ​ກາ 2015, ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ກອງ​ປະຊຸມ Bangdung, 10 ປີ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃໝ່​ອາຊີ - ອາ​ຟະ​ລິ​ກາ.

        ກ່ອນ​ໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 24/04, ​ໃນ​ຂອບ​ເຂດ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ກອງ​ປະຊຸມ Bangdung, ​ເຊິ່ງ​ໄດ້ຈັດ​ຂຶ້ນ​ຢູ່​ນະຄອນ Bangdung, ປະ​ເທດ​ອິນ​ໂດ​ເນ​ເຊຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ພ້ອມ​ກັນ​ການ​ນຳ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ພິທີ​ເດີນ​ຂະ​ບວນປະຫວັດສາດ​ເຖິງ​ຫໍ​ເອກະ​ພາບ (Gedung Merdeka), ຜ່ານ​ນັ້ນ​ວາດ​ພາບ “ການ​ຍ່າງ Bangdung” ​ໃນ 60 ປີ​ກ່ອນຄືນ​ໃໝ່. ກ່ອນ​ໜ້າ​ນັ້ນ, ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີມສະຫຼອງ, ທ່ານ​ປະທານາ​ທິບໍດີ​ອິນ​ໂດ​ເນ​ເຊຍ Joko Widodo ​ໄດ້​ຊີ້​ແຈ້ງ​ບັນດາ​ຄຸນ​ຄ່າ​ຂອງ​ຈິດ​ໃຈ​ກອງ​ປະຊຸມ Bangdung 1995, ​ເນັ້ນ​ໜັກ​​ເຖິງ 10 ຫຼັກການ Bangdung ທີ່ຍັງ​ຮັກສາ​ໄດ້​ຄຸນຄ່າ​ເດີມ​ໃນ​ໂລກ​ປະຈຸ​ບັນ ​ແລະ ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ບັນດາ​ຫຼັກການ​ດັ່ງກ່າວ​ຕ້ອງ​ໄດ້​ຮັບ​ຄວາມ​ເຄົາລົບ, ປະຊາ​ຄົມ​ອາຊີ - ອາ​ຟະ​ລິ​ກາ ຕ້ອງ​ສາມັກຄີ​ ​ແລະ ຮ່ວມ​ມື​ເພື່ອ​ສັນຕິພາບ, ວັດ​ທະນາ​ຖາວອນ ​ແລະ ​ເພື່ອ​​ໃຫ້ໂລກ​ມີ​ຄວາມ​ຍຸ​ຕິ​ທຳ​ກວ່າ.

        ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ກອງ​ປະຊຸມ​ອາຊີ - ອາ​ຟະ​ລິ​ກາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ພົບ​ປະ​ກັບທ່ານ​ນາງອະດີດປະທາ​ນາ​ທິບໍດີ​ອິນ​ໂດ​ເນ​ເຊຍ Megawati Sukarnoputri. ​ແລະ​ກໍ່​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ​ມຽນມາ Thein Sein. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ, ຫວຽດນາມ ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ມຽນມາ. ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ຊຸກຍູ້​ບັນດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ, ​ໃນ​ນັ້ນ​ມີ​ເລື່ອງ​ຈັດ​ຕັ້ງ​ກອງ​ປະຊຸມ​ທາ​ບທາມ​ຄວາມ​ເຫັນ​ດ້ານ​ການ​ເມືອງຄັ້ງ​ທີ 7 ​ແລະ ກອງ​ປະຊຸມ​ຄັ້ງ​ທີ 8 ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ປີ 2015 ​ໂດຍ​ໄວ. ການ​ນຳ 2 ທ່ານ​ກໍ່​ເຫັນ​ດີ​ກ່ຽວ​ກັບ​ເລື່ອງ 2 ປະ​ເທດ​ສືບ​ຕໍ່​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນທີ່​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ​.

ຂ່າວ/ບົດ​ອື່ນ