ປະທານປະເທດເຈືອງເຕີນຊາງເປັນປະທານກອງປະຊຸມປະຕິຮູບດ້ານຕຸລາການ

ປະທານປະເທດເຈືອງເຕີນຊາງເປັນປະທານກອງປະຊຸມປະຕິຮູບດ້ານຕຸລາການ - ảnh 1

ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ເປັນ​ປະທານ​ກອງ​ປະຊຸມ​ປະຕິ​ຮູບ​ດ້ານ​ຕຸລາການ

(ພາບ: Nguyễn Khang/TTXVN)
(vovworld) – ​ຕອນ​ເຊົ້າ​ວັນ​ທີ 9/11, ຢູ່ ຮ່າ​ໂນ້ຍ, ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ຫົວໜ້າ​ຄະນະ​ຊີ້​ນຳ​ການປະຕິ​ຮູບດ້ານ​ຕຸລາການ​ສູນ​ກາງ, ວາລະ​ປະຊຸມ​ຄັ້ງ​ທີ 11 ຂອງ​ຄະນະ​ຊີ້​ນຳ​ປະຕິ​ຮູບ​ຕຸລາການ​ສູນ​ກາງ​ໄດ້​ປຶ​ກສາ​ຫາລື, ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ແຜ​ນຮ່າງ​ປະຕິບັ​​ດການ​ຄຸ້ມ​ຄອງ​ວຽກ​ງານ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ ​ແລະ ​ແຜນ​ຮ່າງ​ຈັດ​ຕັ້ງ​ລະບົບ​ອົງການ​ສືບສວນ​ຕາມ​ທິດກະທັດ​ລັດ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢັ້ງຢືນ​ວ່າ: ​​ໃນ​ໄລຍະ​ຜ່ານ​ມາວຽກ​ງານ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານມີ​ການ​ຫັນ​ປ່ຽນ​ຫຼາຍ​ຢ່າງ​ທີ່​ຕັ້ງ​ໜ້າ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່, ​ຊີ້​ນຳ, ນຳພາ​ຂອງ​ຄະນະ​ພັກ​, ອົງການ​ຈັດ​ຕັ້ງພັກ​ຂັ້ນ​ຕ່າງໆໃນ​ບັນດາ​ອົງການຕຸລາການ​ຢູ່​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ. ທ່ານ​ປະທານ​ປະ​ເທດ​ຕີ​ລາຄາ​ສູງ​ບັນດາ​ເນື້ອ​ໃນ​ຮ່າງ​ເອກະສານ​ທີ່​ບັນດາ​ບົດລາຍ​ງານ​ຂອງ​ຄະນະ​ປະຈຳ​ຄະນະ​ຊີ້​ນຳ ພ້ອມ​ກັບ​ບັນດາ​ຄຳ​ເຫັນ​ປະກອບ​ຂອງ​ສະມາຊິກ​ທຸກ​ຄົນ​ທີ່ວາລະ​ປະຊຸມ​ເພື່ອ​ແນ​ໃສ່​ຍົກ​ສູງ​ການ​ເຄື່ອນ​ໄຫວ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານຢ່າງ​ມີ​ປະສິດທິ​ຜົນ.

 


ຂ່າວ/ບົດ​ອື່ນ