ປະທານປະເທດເຈືອງເຕີ໋ນຊາງເຮັດວຽກກັບຄະນະຊີ້ນຳເຂດຕາເວັນຕົກສ່ຽງໃຕ້

 ປະທານປະເທດເຈືອງເຕີ໋ນຊາງເຮັດວຽກກັບຄະນະຊີ້ນຳເຂດຕາເວັນຕົກສ່ຽງໃຕ້ - ảnh 1
(ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ
​ເຮັດ​ວຽກ​ກັບ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້)

(vovworld) – ​ ​ ​ ຕອນ​ບ່າຍ​ວັນ​ທີ 2/12, ຢູ່​ນະຄອນ ​ເກີ່​ນ​ເທີ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ເຮັດ​ວຽກ​ກັບ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດສັງຄົມ ​ແລະ ຮັບປະກັນປ້ອງ​ກັນຊາດ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວນ​ເຂ​ດ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ. ສະຫລຸບ​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕີ໋ນຊາງ ຖື​ວ່າ: ​ເຂດ​ທົ່່ງພຽງ​ແມ່​ນ້ຳຂອງ​​ແມ່ນ​ເຂດ​ຈຸດ​ສຸມ​ໃຫຍ່​ກ່ຽວ​ກັບ​ເສດຖະກິດ​ກະ​ສິກຳ. ຄະນະ​ຊີ້​ນຳ​ພ້ອມ​ກັບ​ບັນດາ​ກະຊວງ ຂະ​ແໜງ​ການ ຄວນ​​ສຸມ​ກຳລັງ​ເພື່ອ​ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ພາກ​ພື້ນ ​ພິ​ເສດ​ແມ່ນ​ກະສິກຳ ​ແລະ ສິນ​ໃນ​ນ້ຳ. ​ໃນ​ນັ້ນ ຕ້ອງ​ສ້າງ​ໂຄງ​ປະກອບຜົນລະປູກ, ສັດລ້ຽງຄືນ​ໃໝ່, ຫັນປ່ຽນ ​ແລະ ​ຂະຫຍາຍບັນດາ​ຮູບ​​ແບບ ທີ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ ໜູນ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ຜະລິດ​ ​ເພື່ອ​ເພີ່ມ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ທີ່ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງສູງ.

 

ຂ່າວ/ບົດ​ອື່ນ