ປະທານປະເທດເຈືອງເຕີນຊາງເຮັດວຽກກັບສະຫະພັນບັນດາສະມາຄົມUNESCOຫວຽດນາມ

ປະທານປະເທດເຈືອງເຕີນຊາງເຮັດວຽກກັບສະຫະພັນບັນດາສະມາຄົມUNESCOຫວຽດນາມ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງແລະ ບັນດາຜູ້ແທນ
(ພາບ: Nguyễn Khang/TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 20/1, ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ຜູ້​ແທນ​ດີ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ປະຊາຊົນ​ຂອງ​ສະຫະພັນ​ບັນດາ​ສະມາຄົມ UNESCO ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້ສະຫະພັນ​ບັນດາ​ສະມາຄົມ UNESCO  ຄວນ​ສືບ​ຕໍ່​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ​ເພື່ອ​ໃຫ້​ເຂົາ​​ເຈົ້າ​ເຂົ້າ​ໃຈ​ກ່ວາ​ອີກ​ກ່ຽວ​ກັບ​ປະຫວັດສາດ, ຄວາມ​​ອົງອາດ​ຂອງ​ຊາວ ຫວຽດນາມ ກໍ່​ຄື​ນ້ຳ​ໃຈ​ມິດຕະພາບ, ຮັກຫອມ​ສັນຕິພາບ​ຂອງ​ຊາດ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ: ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ແມ່ນ​ເປີດກ້ວາງ​ກາ​ນພົວພັນ​ກັບ​ທຸກໆ​ປະ​ເທດ, ດັ່ງ​ນັ້ນ​ໜ້າ​ທີ່​ວາງ​ອອກ​ກໍ່​ໜັກໜ່ວງ​ທີ່​ສຸດ. ຄຽງ​ຄູ່​ກັບ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ ຕ້ອງ​ມີ​ການ​ຮ່ວມ​​ແຮງ​ຮ່ວມ​ໃຈ​ຂອງ ສະຫະພັນ​ບັນດາ​ສະມາຄົມ UNESCO ​ໃນ​ການ​​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ປະຊາຊົນ, ປະກອບສ່ວນ​ນຳພາ​ບພົດ​ຂອງ​ປະ​ເທດ​ຊາດ, ວັດທະນະທຳ ​ແລະ ຊາວ ຫວຽດນາມ ​ເຖິງ​ເພື່ອນ​ມິ​ດສາກົນ, ປະກອບສ່ວນ​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ຊົນ​ຊາດ​ຕ່າງໆ​ເພື່ອ​ຄາດໝາຍສັນຕິພາບ ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ