ປະທານປະເທດເຈືອງເຕີ໋ນຊາງໂອ້ລົມສົນທະນາກັບວິສາຫະກິດອາເມລິກາ

ປະທານປະເທດເຈືອງເຕີ໋ນຊາງໂອ້ລົມສົນທະນາກັບວິສາຫະກິດອາເມລິກາ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ
 ​ໂອ້​ລົມ​ສົນທະນາ​ກັບ​ບັນດາ​ກຸ່ມ​ບໍລິສັດ ອາ​ເມ​ລິ​ກາ
(ພາບ: TTXVN)

(vovworld) – ​ຕອນ​ບ່າຍ​ວັນ​ທີ 17/11, ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາ​ຊີ - ປາຊີ​ຟິກ ຢູ່ ຟີ​ລິບ​ປິນ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໂອ້​ລົມ​ສົນທະນາ​ກັບ​ບັນດາ​ກຸ່ມ​ບໍລິສັດ ອາ​ເມ​ລິ​ກາ. ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຂງ​ແຮງ ພາຍຫລັງ 20 ປີ​ແຫ່ງ​ການສ​້າງຕັ້ງການ​ພົວພັນ​ທາງ​ການ​ທູດ ​ແລະ 2 ປີ​ສ້າງ​ຕັ້ງ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຮອບດ້ານ ຊຶ່ງ​ກຳລັງ​ໜູນ​ສຳຄັນ​ແຖວ​ໜ້າ​ແມ່ນ​ບັນດາ​ຜົນງານ​ໃນ​ການ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ - ການລົງທຶນ ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ ​ແລະ ຄຳ​ໝັ້ນໝາຍ​ຮ່ວມ​ມື​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ກັບ ຫວຽດນາມ ​ແລະ ຢືນຢັນ​ວ່າ: ຫວຽດນາມ ຈະ​ມານະ​ພະຍາຍາມ​ກະກຽມ​ຢູ່ພາຍ​ໃນ​ປະ​ເທດ, ສ້າງ​ລະບອບ​ລະບຽບ​ການ​ເສດຖະກິດ​ການ​ຕະຫລາດ, ບັນດາ​ຂອບ​ເຂດ​ກົດໝາຍ, ນະ​ໂຍບາຍ​ໃຫ້​ສົມບູນ​ແບບ, ປະຕິ​ຮູບ​ລະບຽບ​ການ​ບໍລິຫານ. ພ້ອມ​ກັນ​ນັ້ນ, ທ່ານ​ປະທານ​ປະ​ເທ​ດ ​ເຈືອງ​ເຕີ໋ນຊາງ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ຕັ້ງໜ້າ​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບທາງ​ດ້ານ​ສັງ​ຄົມ, ປະກອບສ່ວນ​ເຂົ້າ​ການ​ພັດທະນາ​ຂອງ ຫວຽດນາມ ຫລາຍ​ກ່ວາ​ອີກ.

 

 

ຂ່າວ/ບົດ​ອື່ນ