ປະທານປະເທດແລະປະທານສະພາແຫ່ງຊາດຕ້ອນຮັບນາຍົກລັດຖະມົນຕີລາວ
ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບ
ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ
(vovworld) – ຕອນບ່າຍວັນທີ 15/5, ທີ່ພິທີຕ້ອນຮັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານ ປະທານປະເທດຫວຽດນາມ ເຈີ່ນດາຍກວາງ ເນັ້ນໜັກ ນະໂຍບາຍສະເໝີຕົນສະເໝີປາຍ ຂອງຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບູລິມະສິດຢ່າງສູງ ສຳລັບວຽກການຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ. ທ່ານ ປະທານປະເທດ ເຈີ່ນດາຍກວາງ ຖືວ່າບັນດາເນື້ອໃນ ແລະ ກຳນົດທິດ ທີ່ສອງຝ່າຍປຶກສາຫາລື ມີຄວາມໝາຍສຳຄັນຊ່ວຍການປະຕິບັດ ແຜນການຮ່ວມມື ລະຫວ່າງ ລັດຖະບານສອງປະເທດ ປີ 2016 ແລະ ສັນຍາການຮ່ວມມື ລະຫວ່າງ ຫວຽດນາມ ແລະ ລາວ ໄລຍະ 2016-2020 ໃຫ້ປະສົບຜົນສຳເລັດ. ເພື່ອເສີມຂະຫຍາຍ ຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ ຂອງແຕ່ລະປະເທດໃນລະດັບສູງສຸດ, ທ່ານ ປະທານປະເທດ ເຈີ່ນດາຍກວາງ ສະເໜີ ສອງຝ່າຍ ຜັນຂະຫຍາຍຢ່າງມີປະສິດທິຜົນບັນດາຂໍ້ຕົກລົງທີ່ບັນລຸໄດ້ ທີ່ການພົບປະຂັ້ນສູງປະຈຳປີ ຂອງສອງກົມການເມືອງ ແລະ ກອງປະຊຸມຄັ້ງທີ່ 38 ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ-ລາວ; ປະສານສົບທົບຜັນຂະຫຍາຍ ອະນຸສັນຍາ ກ່ຽວກັບເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ, ສັນຍາ ແລະ ລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານດ່ານຊາຍແດນ ທີ່ໄດ້ເຊັນໃນ 3/2016 ເພື່ອສືບຕໍ່ກໍ່ສ້າງເສັ້ນທາງແຫ່ງສັນຕິພາບ, ສະຖຽນລະພາບການຮ່ວມມື ແລະ ພັດທະນາ. ທ່ານ ປະທານປະເທດ ເຈີ່ນດາຍກວາງ ກໍ່ສະເໜີ ໃຫ້ສືບຕໍ່ຍົກສູງຄຸນນະພາບ ການຮ່ວມມືຮອບດ້ານ ສ້າງເງື່ອນໄຂສະດວກ ໃຫ້ວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ລາວຫຼາຍກວ່າອີກ, ສູ້ຊົນນຳວົງເງິນການຄ້າ ສອງສົ້ນ ເພີ່ມ 20% ໃນປີ 2016. ສ່ວນ ທ່ານ ນາຍົກລັດຖະມົນຕີລາວ ຢັ້ງຢືນວ່າ ຍາມໃດກໍ່ຖືເປັນສຳຄັນ ສາຍພົວພັນແບບພິເສດກັບຫວຽດນາມ, ການມາຢ້ຽມຢາມຄັ້ງນີ້ ແນໃສ່ປະກອບສ່ວນຜັນຂະຫຍາຍ ລາຍລະອຽດບັນດາຖະແຫຼງການຮ່ວມ ຂໍ້ຕົກລົງ ທີ່ການນຳພັກ, ລັດ ຂອງສອງປະເທດ ໄດ້ເຫັນດີເປັນເອກະພາບ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ໃຫ້ການຕ້ອນຮັບ ທ່ານ ທອງລຸນ ສີສຸລິດ. ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ປາດຖະໜາວ່າ ສະພາແຫ່ງຊາດສອງປະເທດ ຈະແບ່ງປັນບົດຮຽນ, ປັບ ປຸງລະບອບລະບຽບການ, ລະບົບກົດໝາຍໃຫ້ສົມບູນແບບ, ໂດຍສະເພາະເອົາໃຈໃສ່ເປັນພິເສດວຽກງານການຕິດຕາມກວດກາ ເພື່ອຍົກສູງຄຸນນະພາບ, ການເຄື່ອນໄຫວຂອງສະພາແຫ່ງຊາດ, ຍົກສູງໝາກຜົນເສດຖະກິດສັງຄົມ. ສ່ວນ ທ່ານ ທອງລຸນ ນາຍົກລັດຖະມົນຕີລາວ ປາດຖະໜາວ່າ ສະພາແຫ່ງຊາດຫວຽດນາມຊ່ວຍໜູນ ເພື່ອລັດຖະບານລາວເຮັດສຳເລັດ ບົດບາດການເປັນປະທານ ASEAN ໃນປີ 2016 ນີ້ຢ່າງດີ.