ທ່ານນາງ Valentina Ivanovna Matvienko
|
(vovworld) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ຄະນະຜູ້ແທນຂັ້ນສູງສະພາສະຫະພັນ (ຫຼື ສະພາສູງ), ສະພາແຫ່ງຊາດສະຫະພັນ, ລັດເຊຍ ໂດຍທ່ານນາງ Valentina Ivanovna Matvienko, ປະທານສະພາສະຫະພັນ ນຳໜ້າມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 – 22/2/2017. ທ່ານນາງ Valentina Ivanovna Matvienko ເຄີຍມາຢ້ຽມຢາມ ຫວຽດນາມ ໃນປີ 2005 ດ້ວຍຖານະຕຳແໜ່ງເປັນຜູ້ວ່າການນະຄອນ Sankt Peterburg ແລະ ໃນປີ 2012 ດ້ວຍຖານະຕຳແໜ່ງເປັນປະທານສະພາສູງສະພາແຫ່ງຊາດ ລັດເຊຍ.