ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບຜູ້ອໍານວຍການທະນາຄານໂລກ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບຜູ້ອໍານວຍການທະນາຄານໂລກ - ảnh 1
ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິ​ງຮຸ່ງ


(vovworld)-ຕອນ​ບ່າຍ 24/8​, ຢູ່​ຮ່າ​ໂນ້ຍ​, ທີ່​ການ​ຕ້ອນ​ຮັບ​ຜູ້​ອໍາ​ນວຍ​ການ​ທະ​ນາ​ຄານ​ໂລກ​​ປະ​ຈຳຫວຽດ​ນາມ​, ທ່ານ​ນາງ Victoria Kwakqua​, ​ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິ​ງຮຸ່ງໄດ້​ຕີ​ລາ​ຄາ​ສູງ​ການ​ຫນູນຊ່ວຍ​ຂອງ​ທະ​ນາ​ຄານ​ໂລກ​ໃນ​ປີ​ທີ່​ຜ່ານ​ມາ​ໃນ​ການ​ໃຫ້​ຄໍາ​ປຶກ​ສາ​ດ້ານນະ​ໂຍ​ບາຍ​, ​​ຫນູນຊ່ວຍ​ດ້ານ​ວິ​ຊາ​ການ​ແລະ​ການ​ເງິນ​, ປະ​ກອບ​ສ່ວນຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ການຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແລະ​ການ​ປ່ຽນ​ແປງ​ໃໝ່​ຢູ່​ຫວຽດ​ນາມ​.ປະ​ທານ​ສະ​ພາ​ແຫ່ງ​ຊາດຫງວຽນ​ຊິ​ງຮຸ່ງ ຫວັງວ່າ  ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ​ສອງ​ຝ່າຍສືບ​ຕໍ່​ແລກ​ປ່ຽນ​ບາງ​ເນື້ອ​ຫາ​​ທີ່​ກ່ຽວ​ຂ້ອງການ​ປ່ຽນ​ແປງ​ໃໝ່ ແລະ ​ການ​ປະ​ຕິ​ຮູບ​ຢູ່​ປະ​ເທດ​ຫວຽດ​ນາມ​, ພາ​ລະ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ​, ບັນ​ຫາ​ຫນີ້​ສາ​ທາ​ລະ​ນະ... ສ່ວນ ​ທ່ານ​ນາງ Victoria Kwakqua ທ່ານ​ນາງ​ເອງ ​ແລະ ​ທະ​ນາ​ຄານ​ໂລກ​ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ​ຫວຽດ​ນາມ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຫນີ້​ສິນ​; ​ແບ່ງ​ປັນບົດ​ຮຽນ​ໃນ​ການ​ສ້າງ​ເອ​ກະ​ສານ​ນິ​ຕິ​ກຳທີ່​ກ່ຽວ​ຂ້ອງ​​ເຖິງນະ​ໂຍ​ບາຍ​ແລະ​ເສດ​ຖະ​ກິດ​.

ຂ່າວ/ບົດ​ອື່ນ