ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບເອກອັກຄະລັດຖະທູດ ສ.ລິດວາ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບເອກອັກຄະລັດຖະທູດ ສ.ລິດວາ - ảnh 1

ປະທານ ຫງວຽຊິງ​ຮຸ່ງ

(ພາບ:vnexpress.net)

 ( vovworld ) –ຕອນ​ບ່າຍວັນ​ທີ 22/2, ​ໃນ​ການ​ຕ້ອນຮັບ​ທ່ານ​ນາງ Lina Antanaviciene ເອກ​ອັກຄະ​ລັດຖະທູດ ສ.ລິດ​ວາ ປະຈຳ​ຫວຽດນາມ, ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ ສະພາ​ແຫ່ງ​ຊາດ​ຫວຽດນາມ ປາດ​ຖະໜາ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ສະພາ​ແຫ່ງ​ຊາດ​ລິດ​ວາ ​ເພື່ອ​ແນ​ໃສ່​ແລກປ່ຽນ ຮ່ຳຮຽນ​ເອົາ​ບົດຮຽນ​ຊື່​ງກັນ ​ແລະ​ ກັນ, ພິ​ເສດ​ໃນ​ຂົງ​ເຂດ​ນິຕິບັນຍັດ ​ແລະ ຕິດຕາມ​ກວດກາ. ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຖື​ວ່າ ​ໃນ​ໄລຍະ​ທີ່​ຜ່ານ​ມາ, ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ສອງ​ປະ​ເທດ ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ຝ່າຍ​ເທື່ອ. ຫວຽດນາມ ​ແລະ ລິດ​ວາ ຄວນ​ສ້າງ​ກົນ​ໄກ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ ​ເພື່ອ​ແນໃສ່ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ນີ້​ກ່ວາ​ອີກ. ສ່ວນ​ທ່ານ​ນາງເອກ​ອັກຄະ​ລັດຖະທູດ Lina Antanaviciene ສະ​ເໜີ​ໃຫ້​ສອງ​ປະ​ເທດ ຄວນ​ສ້າງ​ແຜນການ​ຮ່ວມ​ມື​ລວມ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສອງ​ຝ່າຍ ​ແລະ​ ປາດ​ຖະໜາ​ວ່າ ບັນດາ​ອົງການ​ມີ​ໜ້າ​ທີ່​ຮັບຜິດຊອບ​ຫວຽດນາມ ຈະ​ສະໜັບສະໜູນ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ ​ໃຫ້​ບັນດາ​ການ​​ເຄື່​ອນ​ໄຫວ​ຂອງ​ທ່ານ​ນາງ ​ໃນ​ຄວາມ​ມານະ​ພະຍາຍາມ ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ ດ້ວຍ​ຈຸດໝາຍ ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

ຂ່າວ/ບົດ​ອື່ນ