ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກີແອງ ແຂວງ ຮ່າຕິ້ງ
|
(Vovworld)- ວັນທີ 28/9, ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງ ໄດ້ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກີແອງ ແຂວງ ຮ່າຕິ້ງ. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງ ໄດ້ສະເໜີແຂວງ ຮ່າຕິ້ງ, ເມືອງກີແອງ ຈົ່ງສືບຕໍ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນຢູ່ເຂດຊົນນະບົດ, ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່, ໃນນັ້ນ, ແນະນຳໃຫ້ປະຊາຊົນພັດທະນາເສດຖະກິດຕາມທິດໝັ້ນຄົງ, ພ້ອມທັງສຸມໃສ່ກໍ່ສ້າງພັດທະນາພື້ນຖານໂຄງລ່າງ, ທາງຄົມມະນາຄົມຊົນນະບົດ.
ກ່ຽວກັບເນື້ອໃນຂອງກອງປະຊຸມສະໄໝສາມັນຄັ້ງທີ່ມາເຖິງຂອງສະພາແຫ່ງຊາດຫວຽດນາມ, ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງ ຢືນຢັນວ່າ ກອງປະຊຸມສະໄໝສາມັນຄັ້ງທີ 6 ແມ່ນ ສະໄໝປະຊຸມທີ່ສຳຄັນແມ່ນໂອກາດເພື່ຶອຕີລາຄາບັນດາຄາດໝາຍພັດທະນາເສດຖະກິດສັງຄົມ. ທົບທວນຄືນບັນດາຈຸດໝາຍທີ່ ສະພາແຫ່ງຊາດຫວຽດນາມ ໄດ້ວາງອອກ ເພື່ອມີກຳນົດທິດໃນຊຸມປີທີ່ຈະມາເຖິງ ແນໃສ່ສ້າງສາປະເທດຊາດໃຫ້ພັດທະນາຮອບດ້ານ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມອີ່ມໜຳສຳລານ ແລະ ຜາສຸກ ແລະ ອື່ນໆ.