ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງແຂວງວິ້ງຟຸກ
ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ
ຄຳເຫັນທິ່ພິທີສະເຫຼີມສະຫຼອງ
(ພາບ: vovgiaothong.vn)
(vovworld) – ຕອນເຊົ້າວັນທີ 12/02, ກ່າວຄຳເຫັນທິ່ພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງແຂວງວິ້ງຟຸກ, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ເນັ້ນໜັກວ່າ, ພະນັກງານ, ສະມາຊິກພັກແຕ່ລະຄົນ, ວິສາຫະກິດແຕ່ລະແຫ່ງ ແລະ ປະຊາຊົນພານໃຍແຂວງຕ້ອງສືບຕໍ່ສາມັກຄີ, ປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ 11 ຢ່າງມີໂຊ, ນຳແຂວງວິ້ງຟຸກ ກ້າວຂຶ້ນຢ່າງໄວ ແລະ ໝັ້ນຄົງກວ່າ.
“ໃນໄລຍະຈະມາເຖິງ, ວິ້ງຟຸກ ຕ້ອງສືບຕໍ່ສຸມໃສ່ຍູ້ແຮງການສ້າງໂຄງປະກອບຄືນໃໝ່ ແລະ ຍົກສູງປະສິດທິຜົນດ້ານເສດຖະກິດ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ສ້າງຖັນແຖວພະນັກງານຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃໝ່. ພ້ອມກັບການພັດທະນາເສດຖະກິດ, ຕ້ອງເອົາໃຈໃສ່ເຖິງບັນດາບັນຫາວັດທະນະທຳສັງຄົມ, ໂດຍສະເພາະແມ່ນເລື່ອງຮັບປະກັນຊີວິດສັງຄົມ, ກໍ່ສ້າງຊົນນະບົດໃໝ່. ສືບຕໍ່ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ. ຖືເປັນສຳຄັນການພັດທະນາການສຶກສາບຳລຸງສ້າງ, ການສົ່ງເສີມ ແລະ ຮັກສາສຸຂະພາບໃຫ້ປະຊົນ, ປົກປັກຮັກສາສິ່ງແວດລ້ອມ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດ ພ້ອມກັບການປັບປຸງການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນ ເພື່ອປະຕິບັດບັນດາຄາດໝາຍໜ້າທີ່ໃນປີ 2015 ຢ່າງມີໄຊ, ກະກຽມຢ່າງຮອບດ້ານ ເພື່ອຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນໃຫ້ສຳລັດຜົນ”.