(vovworld) - ຕອນບ່າຍວັນທີ 6/11, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ໄດ້ພົບປະເຈລະຈາກັບທ່ານຮອງປະທານາທິບໍດີ, ທັງເປັນປະທານສະພາແຫ່ງຊາດ ແລະ ປະທານສະພາສູງ ສ.Uruguay ຕາເວັນອອກ Danilo Astori ທີ່ພວມຢູ່ຢ້ຽມຢາມຫວຽດນາມ. ທີ່ການພົບປະເຈລະຈາ, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ສະເໜີໃຫ້ສອງຝ່າຍຕັ້ງໜ້າຊຸກຍູ້ການປະຕິບັດບັນດາສັນຍາເຊິ່ງໄດ້ຮັບການລົງນາມ ໃນນັ້ນມີສັນຍາຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງຂອງແຕ່ລະປະເທດ. ພ້ອງທັງສະແດງຄວາມຫວັງວ່າ ສະພາແຫ່ງຊາດສອງປະເທດ ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ຮັກສາກົນໄກທາບທາມ, ຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍເປັນຢ່າງດີ. ສ່ວນທ່ານຮອງປະທານາທິບໍດີ Danilo Astori ຢືນຢັນວ່າ: ຍາມໃດລັດ, ສະພາແຫ່ງຊາດ Uruguay ກໍຢາກເພີ່ມທະວີການພົວພັນຮ່ວມມືກັບຫວຽດນາມ ແລະ ຍູ້ແຮງການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດລະຫວ່າງສອງປະເທດ.