ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມພິ​ທີ​ມອບ​ຮັບເຮືອ​ບິນ ແລະ ພິ​ທີເປີດ​ຫ້ອງ​ການ FPT ຢູ່ Toulouse ປະ​ເທດ ຝ​ລັ່ງ

(VOVWORLD) - ການເຄື່ອນໄຫວດັ່ງກ່າວໄດ້ສິ້ນສຸດການຢ້ຽມຢາມສາທາລະນະລັດ ຝລັ່ງ ຢ່າງເປັນທາງການ ຂອງ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມພິ​ທີ​ມອບ​ຮັບເຮືອ​ບິນ ແລະ ພິ​ທີເປີດ​ຫ້ອງ​ການ FPT ຢູ່ Toulouse ປະ​ເທດ ຝ​ລັ່ງ - ảnh 1ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມພິທີມອບຮັບເຮືອບິນ ແລະ ພິທີເປີດ ຫ້ອງການ FPT ຢູ່ Toulouse ປະເທດ ຝລັ່ງ 

ໃນຂອບເຂດການຢ້ຽມຢາມ ສາທາລະນະລັດຝລັ່ງ ຢ່າງເປັນທາງການ, ຕອນເຊົ້າວັນທີ 3 ເມສາ (ຕາມເວລາທ້ອງຖິ່ນ). ຢູ່ສຳນັກງານ ຂອງ Arbus, ທ່ານນາງປະທານສະພາ ແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມຕ່ອງໃສ້ຜະລິດເຮືອບິນ A350  ຂອງ Arbus,ເຂົ້າຮ່ວມພິທີ ແນະນຳເຮືອບິນ A350 ແລະ ພິທີ ເປີດ ຫ້ອງການ FPT ຢູ່ Toulouse.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ໄດ້ເປັນສັກຂີພະຍານ ພິທີມອບຮັບ ເຮືອບິນ A321 ໝາຍເລກ VN – A600 ຂອງ VietjetAir, ເຊິ່ງແມ່ນເຮືອບິນໃໝ່ລຳທີ 60 ເຊິ່ງ VietjetAir ໄດ້ຮັບໂດຍກົງຈາກ Arbus ຊຶ່ງຄາດວ່າຈະນຳເຂົ້າໃຊ້ການໃນເດືອນ ເມສາ ປີ 2019.

ການເຄື່ອນໄຫວດັ່ງກ່າວໄດ້ສິ້ນສຸດການຢ້ຽມຢາມສາທາລະນະລັດ ຝລັ່ງ ຢ່າງເປັນທາງການ ຂອງ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ