ທ່ານຮອງປະທານສະພາແຫ່ງຊາດ ຮີງຫງອກເຊີນ ຕ້ອນຮັບ
ຫົວໜ້າຄະນະຜູ້ປະຈຳການ IPU, ສະພາແຫ່ງຊາດສະວິດ
(ພາບ: TTXVN)
(vovworld) – ຕອນເຊົ້າວັນທີ 27/03, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຮີງຫງອກເຊີນ ໄດ້ໃຫ້ການຕ້ອນຮັບທ່ານຫົວໜ້າຄະນະຜູ້ປະຈຳການສະຫະພັນລັດຖະສະພາສາກົນ (IPU) ສະພາແຫ່ງຊາດສະວິດ Pierre Francois Veillon, ເນື່ອງໃນໂອກາດຄະນະສະມາຊິກສະພາແຫ່ງຊາດສະວິດ ມາຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 132 (IPU - 132) ເຊິ່ງຖືກຈັດຂຶ້ນຢູ່ຮ່າໂນ້ຍ. ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຮີງຫງອກເຊີນ ເນັ້ນໜັກວ່າ, ຄະນະສະມາຊິກສະພາແຫ່ງຊາດສະວິດ ມາຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ IPU – 132 ຄັ້ງນີ້ແມ່ນສະແດງໃຫ້ເຫັນນຳ້ໃຈມິດຕະພາບ ແລະ ການລະດົມກຳລັງໃຈຢ່າງຕັ້ງໜ້າໃຫ້ແກ່ຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ ຮີງຫງອກເຊີນ ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນລະຫວ່າງ 2 ປະເທດ, 2 ສະພາແຫ່ງຊາດ ແລະ 2 ກຸ່ມສະມາຊິກມິດຕະພາບ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ສ້າງພື້ນຖານເພື່ອພັດທະນາການພົວພັນໃຫ້ເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ; ສົມທົບກັນໃນບັນດາເວທີປາໄສຫຼາຍຝ່າຍຢ່າງແໜ້ນແຟ້ນ; ແປ່ງປັນ, ໜູນຊ່ວຍຫວຽດນາມ ໃນການເຄື່ອນໄຫວດ້ານນິຕິບັນຍັດ ແລະ ຕິດຕາມກວດກາ.