ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້: ກະ​ກຽມ​ໃຫ້​ວາ​ລະ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ​ໃຫ້​ເປັນ​ຢ່າງ​ດີ

(VOVWORLD) -ຄະນະປະຈຳສະພາແຫ່ງຊາດໄດ້ລົງຄະແນນສຽງດ້ວຍການປ່ອນບັດ ແລະ ເລືອກເອົາ 2 ກຸ່ມເນື້ອໃນຂຶ້ນກັບຂົງເຂດຄຸ້ມຄອງຂອງກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເພື່ອຊັກຖາມຢູ່ທີ່ກອງປະຊຸມ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້: ກະ​ກຽມ​ໃຫ້​ວາ​ລະ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ​ໃຫ້​ເປັນ​ຢ່າງ​ດີ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: qdnd.vn)

ຕອນບ່າຍວັນທີ 15 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເປັນປະທານກອງປະຊຸມກ່ຽວກັບວຽກງານກະກຽມຈັດວາລະຊັກຖາມ ແລະ ຕອບຄຳຊັກຖາມ ໃນກອງປະຊຸມເທື່ອທີ 9, ຄະນະປະຈຳສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນໜັກວ່າ: ຄະນະປະຈຳສະພາແຫ່ງຊາດໄດ້ລົງຄະແນນສຽງດ້ວຍການປ່ອນບັດ ແລະ ເລືອກເອົາ 2 ກຸ່ມເນື້ອໃນຂຶ້ນກັບຂົງເຂດຄຸ້ມຄອງຂອງກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເພື່ອຊັກຖາມຢູ່ທີ່ກອງປະຊຸມ. ທ່ານປະທານສະພາແຫ່ງຊາດເນັ້ນໜັກກ່ຽວກັບຄຳຮຽກຮ້ອງກະກຽມເພື່ອໃຫ້ການຊັກຖາມ ແລະ ຕອບຄຳຊັກຖາມໃນກອງປະຊຸມເທື່ອທີ 9 ຂອງຄະນະປະຈຳສະພາແຫ່ງຊາດປະສົບຜົນສໍາເລັດຢ່າງຈົບງາມ. ເປົ້າໝາຍແມ່ນບັນລຸໄດ້ມະຕິກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມທີ່ໃກ້ຊິດຕິດແທດ, ຖືກຕ້ອງ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ, ປະກອບສ່ວນຍົກສູງກຳລັງຄວາມສາມາດຄຸ້ມຄອງລັດ, ໂດຍສະເພາະແມ່ນໃນໄລຍະປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ