ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ອວຍ​ພອນ​ປະ​ທານ​ສະ​ພາ​ຕ່ຳ ກາ​ຊັກ​ສະ​ຖານ​ຄົນ​ໃໝ່

(VOVWORLD) -ໃນໂທລະເລກອວຍພອນ, ທ່ານເວືອງດິ່ງເຫ້ວ ໄດ້ອວຍພອນທ່ານ Erlan Zhakanovich Koshanov ບັນລຸຜົນສຳເລັດໃນໜ້າທີ່ຕຳແໜ່ງຂອງຕົນ, ທ່ານ ເວືອງດິ່ງເຫ້ວສະແດງຄວາມເຊື່ອໝັ້ນວ່າ ດ້ວຍການສະໜັບສະໜູນຂອງປະທານສະພາຕ່ຳ ການພົວພັນຮ່ວມມືລະຫວ່າງ ອົງການນິຕິບັນຍັດ ສອງປະເທດຈະສືບຕໍ່ໄດ້ຮັບການຍູ້ແຮງ
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ອວຍ​ພອນ​ປະ​ທານ​ສະ​ພາ​ຕ່ຳ ກາ​ຊັກ​ສະ​ຖານ​ຄົນ​ໃໝ່ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ (ພາບ: VOV)

ເນື່ອງໃນໂອກາດທີ່ທ່ານ Erlan Zhakanovich Koshanov ໄດ້ຮັບເລືອກຕັ້ງເປັນປະທານສະພາຕ່ຳກາຊັກສະຖານ, ຕາງໜ້າສະພາແຫ່ງຊາດຫວຽດນາມ ແລະ ໃນນາມສ່ວນຕົວ, ທ່ານປະເທດສະພາແຫ່ງຊາດ ເວືອງດິ່ງເຫ້ວໄດ້ສົ່ງໂທລະເລກອວຍພອນ. ໃນໂທລະເລກອວຍພອນ, ທ່ານເວືອງດິ່ງເຫ້ວ ໄດ້ອວຍພອນທ່ານ Erlan Zhakanovich Koshanov ບັນລຸຜົນສຳເລັດໃນໜ້າທີ່ຕຳແໜ່ງຂອງຕົນ, ທ່ານ ເວືອງດິ່ງເຫ້ວສະແດງຄວາມເຊື່ອໝັ້ນວ່າ ດ້ວຍການສະໜັບສະໜູນຂອງປະທານສະພາຕ່ຳ ການພົວພັນຮ່ວມມືລະຫວ່າງ ອົງການນິຕິບັນຍັດ ສອງປະເທດຈະສືບຕໍ່ໄດ້ຮັບການຍູ້ແຮງ, ປະກອບສ່ວນນຳການພົວພັນມິດຕະພາບແລະການຮ່ວມມືທີ່ດີງາມ ລະຫວ່າງຫວຽດນາມ ແລະກາຊັກສະຖານໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງແລະມີປະສິດທິຜົນ, ເພື່ອຜົນປະໂຫຍດແທດຈິງຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນແລະ ໂລກ

ຕອບກັບ

ຂ່າວ/ບົດ​ອື່ນ