ຄະນະຜູ້ແທນສະພາແຫ່ງຊາດ ແດນມາກ ຢ້ຽມຢາມບ່ອນຢູ່ ແລະ ເຮັດວຽກ ຂອງປະທານໂຮ່ຈີມິນ
(ພາບ: vietnamplus.vn)
|
(vovworld) - ຕອນບ່າຍວັນທີ 7/3, ທ່ານປະທານສະພາແຫ່ງຊາດ ລາຊະອານາຈັກ ແດນມາກ Mogens Lykketoft ແລະ ພັນລະຍາໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມ ແຕ່ວັນທີ 5 – 7/3 ຢ່າງເປັນທາງການ. ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ທ່ານປະທານສະພາແຫ່ງຊາດ Mogens Lykketoft ໄດ້ເຈລະຈາ ກັບປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ, ໂອ້ລົມກັບນາຍົກລັດຖະມົນຕີ ຫງວຽນເຕີນຢູງ, ເຮັດວຽກກັບຄະນະຜູ້ແທນບັນດາກຳມາທິການຂອງສະພາແຫ່ງຊາດ ແລະ ກະຊວງຍຸຕິທຳ. ທີ່ການເຈລະຈາ, ພົບປະ, ເຮັດວຽກຄັ້ງຕ່າງໆ, ທ່ານປະທານສະພາແຫ່ງຊາດ Mogens Lykketoft ໄດ້ຕີລາຄາສູງເລື່ອງຫວຽດນາມ ນຳໃຊ້ແຫຼ່ງທຶນໜູນຊ່ວຍພັດທະນາຂອງ ແດນມາກ ໃນວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາມະນຸດ ຢ່າງມີປະສິດທິຜົນ ແລະ ແທດຈິງ. ທ່ານປະທານສະພາແຫ່ງຊາດ ແດນມາກ ແລະ ບັນດາການນຳສະພາແຫ່ງຊາດ, ລັດຖະບານຫວຽດນາມ ເຫັນດີເປັນເອກະສັນສືບຕໍເປີດກ້ວາງການພົບປະແລກປ່ຽນ, ຮ່ວມມືລະຫວ່າງສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດ, ນຳສາຍພົວພັນຫວຽດນາມ - ແດນມາກ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນອະນາຄົດ.