ປະທານສະພາແຫ່ງຊາດກ່າວໃບຍື່ນສະເໜີບຸກຄະລາກອນເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງປະທານປະເທດ

(VOVWORLD) -  ຕອນບ່າຍວັນທີ 22 ຕຸລາ, ສະພາແຫ່ງຊາດ ຫວຽດນາມ ຮັບຟັງທ່ານນາງປະທານສະພາແຫ່ງຊາດ ຫງວຽນ ທິ ກິມ ເງິນ ຕາງໜ້າຄະນະປະຈຳສະພາແຫ່ງຊາດກ່າວໃບຍື່ນສະເໜີບຸກຄະລາກອນ ເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງປະທານປະເທດ.

ປະທານສະພາແຫ່ງຊາດກ່າວໃບຍື່ນສະເໜີບຸກຄະລາກອນເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງປະທານປະເທດ - ảnh 1 ສະພາແຫ່ງຊາດ ຫວຽດນາມ

ຕາມນັ້ນແລ້ວ, ຄະນະປະຈຳສະພາແຫ່ງຊາດສະເໜີທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະມາຊິກສະພາແຫ່ງຊາດຊຸດທີ່ 14, ໄດ້ຮັບຄວາມເຫັນດີເປັນເອກະພາບຈາກຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະເໜີ ເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງຮັກສາໃຫ້ດຳລົງຕຳແໜ່ງປະທານປະເທດແຫ່ງ ສສ.ຫວຽດນາມ ອາຍຸການ 2016 – 2021.

ແລະກໍ່ໃນຕອນບ່າຍວັນທີ 22 ຕຸລາ, ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມຮັບຟັງບົດລາຍງານຕີລາຄາກາງໄລຍະແຫ່ງການປະຕິບັດມະຕິກ່ຽວກັບແຜນການສ້າງໂຄງປະກອບພື້ນຖານເສດຖະກິດໄລຍະ 2016 – 2020 ຄືນໃໝ່, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນ ຈີ໋ ຢຸງ ໃຫ້ຮູ້ວ່າ:

       ໃນໄລຍະ 2019 – 2020, ສືບຕໍ່ຍູ້ແຮງການປະຕິບັດບັນດານະໂຍບາຍ ແລະ ໜ້າທີ່ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຫັນປ່ຽນຮູບແບບເຕີບໂຕຢ່າງຂ້ຽວຂາດ ແລະ ແທດຈິງ ຖືນີ້ແມ່ນຈຸດສຸມບຸລິມະສິດແຖວໜ້າໃນວຽກງານບໍລິຫານຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ເລື່ອງສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກກ່ຽວກັບເລື່ອງສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຈະແມ່ນກຳລັງໜູນສຳຄັນແຖວໜ້າ ເພື່ອຮັກສາລະດັບຄວາມໄວຂອງການເຕີບໂຕສູງ, ຍືນຍົງໃນໄລຍະ 2019 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ