(vovworld) - ຕອນບ່າຍວັນທີ 19/12, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ມີການພົບປະກັບຄະນະຜູ້ແທນຄະນະຕິດຕໍ່ພົວພັນມູນເຊື້ອພ້ອມເສຍສະຫຼະ - ກອງພັນໃຫຍ່ນະຄອນຫຼວງວິລະຊົນ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ສະແດງຄວາຮູ້ບຸນຄຸນຢ່າງເລີກຊິ່ງຕໍ່ບັນດາລຸ້ນພະນັກງານ, ນັກຮົບຂອງກອງພັນໃຫຍ່ນະຄອນຫຼວງ ແລະ ຢືນຢັນວ່າ ບັນດາຜົນງານໃນການສູ້ຮົບຂອງກອງພັນໃຫຍ່ນະຄອນຫຼວງ ໄດ້ປະກອບສ່ວນເພີ່ມພູນມູນເຊື້ອວິລະຊົນ ຂອງກອງທັບປະຊາຊົນຫວຽດນາມ. ທ່ານປະທານສະພາແຫ່ງຊາດເຊື່ອໝັ້ນວ່າ ດ້ວຍມູນເຊື້ອດັ່ງກ່າວກອງພັນໃຫຍ່ນະຄອນຫຼວງ ຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍ, ກໍ່ສ້າງກອງພັນໃຫຍ່ໃຫ້ໝັ້ນຄົງເຂັ້ມແຂງ ໃນທຸກດ້ານ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ສົມກັບການເສຍສະຫຼະຂອງບັນດາລຸ້ນກ່ອນ. ໃນຕະຫຼອດ 60 ວັນ ແລະ ຄືນ ທີ່ທຳການຕໍ່ສູ້ໃນໃຈກາງນະຄອນຫຼວງ, ກອງພັນໃຫຍ່ນະຄອນຫຼວງ ໄດ້ມີຄວາມອົງອາດກ້າແກ່ນປົກປັກຮັກສາສູນກາງພັກ, ລັດຖະບານສືບຕໍ່ນຳພາຂະບວນການຕໍ່ຕ້ານ ຕ້ານພວກລ່າເມືອງຂຶ້ນຝລັ່ງ.