ປະທານສະພາແຫ່ງຊາດສ.ເກົາຫຼີຢ້ຽມຢາມຫວຽດນາມຢ່າງເປັນທາງການ
ທ່ານ Chung Sye-kyun ປະທານສະພາແຫ່ງຊາດ ສ.ເກົາຫຼີ
(ພາບ: TTXVN)
(vovworld) - ໂດຍຮັບຄຳເຊີນຂອງ ທ່ານນາງ ຫງວຽນທິກີມເງີນ ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ Chung Sye-kyun ປະທານສະພາແຫ່ງຊາດ ສ.ເກົາຫຼີ ພ້ອມກັບ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສ.ເກົາຫຼີ ຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 24 - 26/4. ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຂອງ ປະທານສະພາແຫ່ງຊາດ ສ.ເກົາຫຼີ ສະແດງໃຫ້ເຫັນ ການພົວພັນມິດຕະພາບ ຂອງ ສະພາແຫ່ງຊາດ ສ.ເກົາຫຼີ ກັບ ປະຊາຊົນ ຫວຽດນາມ ແລະ ການ ພົວພັນມິດຕະພາບ ລະຫວ່າງສອງປະເທດ, ພ້ອມທັງປະກອບສ່ວນເຂົ້າບັນດາເຄື່ອນໄຫວ ສະເຫຼີມສະຫຼອງ ວັນສ້າງການພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ ຄົບຮອບ 25 ປີ (22/12/1992 – 22/12/2017).