ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະແລກປ່ຽນຄຳເຫັນກັບເລຂາທິການໃຫຍ່,ປະທານປະເທດຈີນ
(ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ
ພົບປະແລກປ່ຽນຄຳເຫັນກັບເລຂາທິການໃຫຍ່,ປະທານປະເທດຈີນ)
(vovworld) – ຕອນເຊົ້າວັນທີ 06/11, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ມີການພົບປະແລກປ່ຽນຄຳເຫັນກັບທ່ານເຂລາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ. ທີ່ການພົບປະເຈລະຈາ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນວ່າ, ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືເປັນສຳຄັນການຮັກສາ, ສືບທອດ ແລະ ເສີມຂະຫຍາຍສາຍພົວພັນສາມັກຄີມິດຕະພາບຫວຽດນາມ - ຈີນ. ສະພາແຫ່ງຊາດຫວຽດນາມ ຈະເຮັດຈົດສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບດີງາມ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີໃຫ້ 2 ຝ່າຍຮັກສາບັນດາການຢ້ຽມຢາມ ແລະ ພົບປະລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດ ແລະ ສະພາແຫ່ງຊາດ 2 ປະເທດເປັນປະຈຳ. ສະພາແຫ່ງຊາດ 2 ປະເທດຕ້ອງເພີ່ມທະວີການຮ່ວມມື, ທາບທາມຄວາມເຫັນເຊິ່ງກັນແລະກັນ.
ສ່ວນທ່ານເຂລາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຢືນຢັນວ່າ, ພັກ ແລະ ລັດຈີນ ຖືເປັນສຳຄັນ ແລະ ສະໜັບສະໜູນການພົບປະແລກປ່ຽນລະຫວ່າງສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ແລະ ສະພາແຫ່ງຊາດຫວຽດນາມ, ນີ້ແມ່ນປັດໃຈສຳຄັນຂອງການພົບພັວຄູ່ຮ່ວມມື ຮ່ວມມືຍຸດທະສາດຮອບດ້ານຈີນ - ຫວຽດນາມ. ໃນໄລຍະຈະມາເຖິງ, 2 ຝ່າຍຄວນສືບຕໍ່ເພີ່ມທະວີງານພົບປະແລກປ່ຽນ, ເປີດກວ້າງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການແລກປ່ຽນດ້ານຂໍ້ມູນຂ່າວ… ເພື່ອແນໃສ່ສ້າງເງື່ອນໄຂໃຫ້ການພົວພັນຈີນ - ຫວຽດນາມ ພັດທະນາຢ່າງໝັ້ນຄົງກວ່າອີກ.
ພາຍຫຼັງການພົບປະແລກປ່ຽນຄຳເຫັນ, ທ່ານເຂລາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໄດ້ຢ້ຽມຢາມ ແລະ ກ່າວຄຳເຫັນຕໍ່ກອງປະຊຸມສະພາແຫ່ງຊາດຫວຽດນາມ. ທ່ານເຂລາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະຍາດໄດ້ໄຊຊະນະໃໝ່ຫຼາຍຢ່າງ ໃນພາລະກິດປ່ຽນໃໝ່ປະເທດຊາດ.