ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເຈລະຈາກັບປະທານສະພາສູງຍີ່ປຸ່ນYamazaki Masaaki
(ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ
ທ່ານປະທານສະພາສູງຍີ່ປຸ່ນ Yamazaki Masaaki)
(vovworld) - ທີ່ການເຈລະຈາໃນຕອນບ່າຍວັນທີ 7/12 ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ສະເໜີທ່ານປະທານສະພາສູງຍີ່ປຸ່ນ Yamazaki Masaaki ເອົາໃຈໃສ່ສະໜັບສະໜູນເລື່ອງຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງຂັ້ນສູງກ່ຽວກັບເສດຖະກິດ; ຊຸກຍູ້ລັດຖະບານຍີ່ປຸ່ນ ສືບຕໍ່ຮັກສາ ODA ໃນລະດັບສູງ ເພື່ອຊ່ວຍຫວຽດນາມພັດທະນາຢ່າງໝັ້ນຄົງ, ປະຕິບັດສຳເລັດຄາດໝາຍກາຍເປັນປະເທດອຸດສາຫະກຳໃນປີ 2020 ໂດຍພື້ນຖານ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຫວັງວ່າສອງປະເທດ, ສອງສະພາແຫ່ງຊາດຈະເພີ່ມທະວີການຮ່ວມມື ສ້າງເປັນກຳລັງແຮງ, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ບັນດາຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ.
ສ່ວນທ່ານປະທານສະພາສູງຍີ່ປຸ່ນ Yamazaki Masaaki ກໍ່ຢືນຢັນວ່າ, ສະພາສູງຍີ່ປຸ່ນ ແລະ ທ່ານເອງກໍ່ປາຖະໜາຢາກປະກອບສ່ວນຫຼາຍກວ່າອີກ ເພື່ອໃຫ້ການພົວພັນຍຸດທະສາດລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງແຮງ.
ການນຳສອງທ່ານເຫັນດີເປັນເອກະພາບສືບຕໍ່ຮັກສາການຢ້ຽມຢາມ, ພົບປະຂັ້ນສູງລະຫວ່າງການນຳສອງອົງການນິຕິບັນຍັດ; ເພີ່ມທະວີການຮ່ວມມືລະຫວ່າງບັນດາຄະນະກຳມະການວິຊາການ, ບັນດາສະມາຊິກລັດຖະສະພາໜຸ່ມ. ສອງຝ່າຍຈະຊຸກຍູ້ການຮ່ວມມື ແລະ ການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ ກໍ່ຄືບັນດາບັນຫາທີ່ທັງສອງຝ່າຍຕ່າງມີຄວາມສົນໃຈ.