ປະທານສະພາແຫ່ງຊາດຫງວຽນທິກິມເງິນ:ຍົກສູງປະສິດທິຜົນການສົ່ງເສີມການຄ້າແລະສົ່ງເສີມການລົງທຶນ
ທ່ານນາງຫງວຽນທິກິມເງິນ, ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສະໄໝສາມັນຄັ້ງທີ 11, ສະພາປະຊາຊົນແຂວງເບ໋ນແຈ
(vovworld) - ຕອນເຊົ້າວັນທີ 8/12, ທ່ານນາງຫງວຽນທິກິມເງິນ, ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສະໄໝສາມັນຄັ້ງທີ 11, ສະພາປະຊາຊົນແຂວງເບ໋ນແຈ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໄຈ້ແຍກ, ຊີ້ນຳນຳພາບາງບັນຫາກ່ຽວກັບເສດຖະກິດ-ສັງຄົມ ເຊິ່ງອົງຄະນະພັກ-ອຳນາດການປົກຄອງ ແລະ ປະຊາຊົນແຂວງເບ໋ນແຈ ຄວນເອົາໃຈໃສ່, ປະຕິບັດໃນປີຈະມາເຖິງ. ກ່ຽວກັບການພັດທະນາເສດຖະກິດ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ , ຊີ້ແຈ້ງວ່າ: ປີ 2015, ບັນດາຂັ້ນ, ຂະແໜງການ ແລະ ປະຊາຊົນທຸກຊັ້ນວັນນະຕ້ອງມີຄວາມມານະພະຍາຍາມຫຼາຍກ່ວາອີກ ເພື່ອສຳເລັດບັນດາຄາດໝາຍໜ້າທີ່ຂອງປີ 2015. ໃນການພັດທະນາເສດຖະກິດ-ສັງຄົມຄວນເອົາໃຈໃສ່ຍົກສູງປະສິດທິຜົນການສົ່ງເສີມການຄ້າ, ລົງທຶນ. ໃນຂົງເຂດກະສິກຳຕ້ອງເພີ່ມທະວີການລະດົມບັນດາແຫຼ່ງກຳລັງໃຫ້ແກ່ການລົງທຶນກໍ່ສ້າງໂຄງຮ່າງ, ເສດຖະກິດ-ສັງຄົມ. ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ຍົກບາງໝາກຜົນພົ້ນເດັ່ນຂອງກອງປະຊຸມສະໄໝສາມັນສະພາແຫ່ງຊາດເທື່ອທີ 8, ສະພາແຫ່ງຊາດຊຸດທີ 13 ແລະ ບາງໝາກຜົນດ້ານເສດຖະກິດ-ສັງຄົມຂອງປະເທດ, ບັນດາບັນຫາໄດ້ຮັບການເອົາໃຈໃສ່ຈາກຜູ້ມີສິດເລືອກຕັ້ງທົ່ວປະເທດ.