ປະທານສະພາແຫ່ງຊາດຫງວຽນທິກີມເງິນຕ້ອນຮັບຄະນະພະນັກງານບຳນານງານແຂວງທ໋າຍບີງ
(ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບ
ຄະນະພະນັກງານບຳນານງານແຂວງທ໋າຍບີງ)
(vovworld) - ທີ່ການຕ້ອນຮັບໃນຕອນເຊົ້າວັນທີ 26/04, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢືນຢັນວ່າ: ສະພາແຫ່ງຊາດ ໄດ້, ພວມ ແລະ ຈະສືບຕໍ່ມານະພະຍາຍາມ ເພື່ອຕອບສະໜອງຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢືນຢັນວ່າ: ດ້ວຍຈິດໃຈຮັບຜິດຊອບສູງ, ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ນັບມື້ນັບໃກ້ຊິດຕິດແທດກັບປະຊາຊົນ, ຮັບຟັງແນວຄິດຈິດໃຈຂອງປະຊາຊົນກ່ວາອີກ. ສະພາແຫ່ງຊາດພ້ອມກັບປະຊາຊົນປັບປຸງການຈັດຕັ້ງ, ຄຸນນະພາບການເຄື່ອນໄຫວ, ຍົກສູງຄຸນນະພາບພະນັກງານໃຫ້ສົມບູນແບບ ເພື່ອເຄື່ອນໄຫວມີລັກສະນະອາຊີບກ່ວາ. ເພື່ອກະກຽມໃຫ້ການເລືອກຕັ້ງຈະມາເຖິງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ປາດຖະໜາວ່າ ບັນດາພະນັກງານບຳນານແຂວງ ທ໋າຍບີງ ຈະແມ່ນແກ່ນສານຫຼັກແຫຼ່ງ ເພື່ອໂຄສະນາຂົນຂວາຍຜູ້ມີສິດເລືອກຕັ້ງ ຕັ້ງໜ້າເຂົ້າຮ່ວມການເລືອກຕັ້ງສະພາແຫ່ງຊາດຊຸດທີ 14 ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021, ເພື່ອເລືອກຕັ້ງບັນດາສະມາຊິກທີ່ດີເດັ່ນຕາງໜ້າໃຫ້ຜູ້ມີສິດເລືອກຕັ້ງແຂວງ ທ໋າຍບີງ ສະແດງທັດສະນະຂອງຜູ້ມີສິດເລືອກຕັ້ງ.