ປະທານສະພາແຫ່ງຊາດຫງວຽນທິກິມເງິນສິ້ນສຸດການຢ້ຽມຢາມສ.ເຊັກໂກເປັນທາງການຢ່າງຈົບງາມ
(ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ
ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ Bohuslav Sobotka)
(vovworld) - ຕອນບ່າຍວັນທີ 14/04, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ Praha, ກັບເມືອປະເທດ, ສິ້ນສຸດການຢ້ຽມຢາມສ.ເຊັກໂກ ເປັນທາງງານຢ່າງຈົບງາມ ຕາມຄຳເຊີນຂອງທ່ານປະທານສະພາສູງ Milan Stech.
ໃນຊຸມມື້ຜ່ານມາສື່ມວນຊົນສ.ເຊັກໂກ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມສ.ເຊັກໂກ ຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ. ໃນແວັບໄຊ www.vlada.cz ຂອງລັດຖະບານ ສ.ເຊັກໂກ ໄດ້ເນັ້ນໜັກວ່າ, ທ່ານນາຍົກລັດຖະມົນຕີ Bohuslav Sobotka ໄດ້ມີການພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ປຶກສາຫາລືບັນດາມາດຕະການເພື່ອສືບຕໍ່ພັດທະນາການພົວພັນ 2 ຝ່າຍ, ໃນນັ້ນມີການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ, ການປ້ອງກັນຄວາມສະຫງົບ, ວັດທະນະທຳ, ວິທະຍາສາດ ແລະ ທ່ອງທ່ຽວ. ທ່ານນາຍົກລັດຖະມົນຕີ Sobotka ຢືນຢັນວ່າ, ສ.ເຊັກໂກ ເອົາໃຈໃສ່ເຖິງການເພີ່ມທະວີການຮ່ວມມືກັບຫວຽດນາມ, ນັບທັງໃນຂົງເຂດການເມືອງ ແລະ ເສດຖະກິດ. ໃນຊຸມປີຜ່ານມາ, ວົງເງິນການຄ້າລະຫວ່າງ 2 ປະເທດບັນລຸກວ່າ 912 ລ້ານ USD ແລະ 2 ປະເທດມີຄວາມສາມາດບົ່ມຊ້ອນເພື່ອຍົກສູງວົງເງິນການຄ້າກວ່າອີກ.