ປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຮ່ວມງານບຸນພົບປະແລກປ່ຽນວັດທະນະທຳຍີ່ປຸ່ນ 2018

(VOVWORLD) -ຕອນຄ່ຳວັນທີ 23 ມີນາ, ງານບຸນພົບປະແລກປ່ຽນວັດທະນະທຳຍີ່ປຸ່ນ 2018 ຖືກໄຂຂຶ້ນຢູ່ຮ່າໂນ້ຍ.
ປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຮ່ວມງານບຸນພົບປະແລກປ່ຽນວັດທະນະທຳຍີ່ປຸ່ນ 2018 - ảnh 1 (ງານບຸນພົບປະແລກປ່ຽນວັດທະນະທຳຍີ່ປຸ່ນ 2018)

ງານບຸນໂດຍມີການເຂົ້າຮ່ວມຂອງທ່ານນາງ ຫງວຽນທິກິມເງິນ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ; ທ່ານ Ijima Isao, ທີ່ປຶກສາພິເສດຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ Umeda Kunio … ງານບຸນພົບປະແລກປ່ຽນວັດທະນະທຳຍີ່ປຸ່ນ 2018 ແມ່ນເຫດການສຳຄັນເຊິ່ງນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ຍີ່ປຸນ (21 ກັນຍາ 1973 – 21 ກັນຍາ 2018). ກ່າວຄຳເຫັນໄຂພິທີ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈຸງ ຫວັງວ່າ, ງານບຸນພົບປະແລກປ່ຽນວັດທະນະທຳຍີ່ປຸ່ນ 2018 ຈະແມ່ນຂົວເຊື່ອມຕໍ່ເພື່ອໃຫ້ປະຊາຊົນ 2 ປະເທດເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນກວ່າ.

        ສ່ວນທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ Umeda Kunio ໃຫ້ຮູ້ວ່າ, ຜ່ານງານບຸນນີ້, ຫວັງວ່າ ປະຊາຊົນນະຄອນຮ່າໂນ້ຍ ຫຼານຄົນຈະມີຄວາມເຂົ້າໃຈກວ່າກ່ຽວກັບປະເທດຍີ່ປຸ່ນ, ພ້ອມທັງປັບປຸງ ແລະ ຮັດແໜ້ນສາຍພົວພັນລະຫວ່າງຍີ່ປຸ່ນ ແລະ ຮ່າໂນ້ຍ ກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ