ປະທານສະພາແຫ່ງຊາດຫວຽດນາມ ເຈີ່ນແທງເໝີນຕ້ອນຮັບປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ

(VOVWORLD) -ໃນຕອນເຊົ້າວັນທີ 6 ເມສາ, ຕາມເວລາທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ໃຫ້ການຕ້ອນຮັບທ່ານ ສານີ ປະເສີດ ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ ລາວ.
ປະທານສະພາແຫ່ງຊາດຫວຽດນາມ ເຈີ່ນແທງເໝີນຕ້ອນຮັບປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ - ảnh 1

ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈີ່ນແທງເໝີນພົບກັບທ່ານປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ

     ສືບຕໍ່ດຳເນີນການເຄື່ອນໄຫວຢູ່ ອູເບກິດສະຖານ, ໃນຕອນເຊົ້າວັນທີ 6 ເມສາ, ຕາມເວລາທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ໃຫ້ການຕ້ອນຮັບທ່ານ ສານີ ປະເສີດ ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ ລາວ.

    ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ສົ່ງຄວາມເສົ້າສະຫຼົດໃຈເຖິງການນຳພັກ, ລັດ ແລະ ປະຊາຊົນລາວ ຕໍ່ການຈາກໄປ ຂອງທ່ານອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ, ອະດີດນາຍົກລັດຖະມົນຕີ ລາວ ຄຳໄຕ ສີພັນດອນ.

    ສ່ວນທ່ານປະທາກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດລາວ  ໄດ້ສະແດງ ຄວາມຕື້ນຕັນໃຈເມື່ອການນຳພັກ, ລັດ, ລັດຖະບານຫວຽດນາມໄດ້ເອົາໃຈໃສ່ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງກັບການນຳພັກ, ລັດ ແລະ ລັດຖະບານລາວ.

    ທີ່ການພົບປະ, 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນລະຫວ່າງສອງສະພາແຫ່ງຊາດໃນໄລຍະຈະມາເ

ຕອບກັບ

ຂ່າວ/ບົດ​ອື່ນ