(vovworld) - ຕາມແຈ້ງການຂອງກຳມາທີການການຕ່າງປະເທດ ຊຸດທີ 14, ໂດຍໄດ້ຮັບຄຳເຊີນຂອງ ທ່ານ Urban Ahlin ປະທານສະພາແຫ່ງຊາດ ລາຊະອານາຈັກ ຊູແອັດ, ທ່ານ Kover Laszlo ປະທານສະພາແຫ່ງຊາດ ລາຊະອານາຈັກຮຸ່ງກາຣີ ແລະ ທ່ານ Milan Stech ປະທານສະພາສູງ ສາທາລະນະລັດ ເຊັກໂກ, ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດຫວຽດນາມ ໂດຍ ທ່ານນາງ ຫງວຽນທິກີມເງີນ ປະທານສະພາແຫ່ງຊາດ ຫວຽດນາມ ນຳໜ້າ ຈະຢ້ຽມຢາມລາຊະອານາຈັກ ຊູແອັດ, ຮຸ່ງກາຣີ ແລະ ສາທາລະນະລັດ ເຊັກໂກ ຢ່າງເປັນທາງການ. ການຢ້ຽມຢາມຈະດຳເນີນແຕ່ວັນທີ 6-14/4.