ປະທານສະພາແຫ່ງຊາດຫວຽດນາມວາງພວງມາລາໄວ້ອາໄລຢູ່ອະນຸສາວະລີMahatmaGandhiRajghat
ທ່ານນາງ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງ
ວາງພວງມາລາໄວ້ອາໄລຢູ່ອະນຸສາວະລີ Mahatma Gandhi Rajghat
(vovworld) - ຕອນເຊົ້າວັນທີ 09/12 ຢູ່ ອິນເດຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ວາງພວງມາລາໄວ້ອາໄລຢູ່ອະນຸສາວະລີ Mahatma Gandhi Rajghat. ທີ່ ອະນຸສາວະລີ Mahatma Gandhi Rajghat ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ຂຽນໃນປຶ້ມບັນທຶກ: “ປະຊາຊົນ ຫວຽດນາມ ນິຍົມນັບຖືພາລະກິດຍິ່ງໃຫຍ່ຂອງ Mahatma Gandhi Rajghat, ການນຳທີ່ດີເລີດຂອງປະຊາຊົນ ອິນເດຍ, ນັກຮົບທີ່ອົງອາດກ້າຫານຕໍ່ສູ້ໃຫ້ຂະບວນການປົດປ່ອຍຊາດໃນໂລກ. ອຸດົມຄະຕິ, ແນວຄວາມຄິດ ແລະ ຈິດວິນຍານຂອງເພີ່ນ ແມ່ນສັນຍາລັກທີ່ຍືນຍົງຄົງຕົວ ແລະ ແມ່ນແຫຼ່ງອາລົມໃຫ້ປະຊາຊົນ ອິນເດຍ, ຫວຽດນາມ ກໍຄືປະຊາຊົນໃນທົ່ວໂລກ”.