ປະທານສະພາແຫ່ງຊາດຫວຽດນາມສິ້ນການຢ້ຽມຢາມຈີນຢ່າງຈົບງາມ
(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ
ແລະ ທ່ານເລຂາທິການໃຫຍ່ ປະທານປະເທດ ຈີນ ສີຈິ້ນຜິງ)
(vovworld) – ຕອນທ່ຽງວັນທີ 27/12, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ກັບມາເຖິງ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມສັນທະວະໄມຕີ ຈີນ ຢ່າງຈົບງາມ ຢ່າງເປັນທາງການ. ດ້ວຍບັນດາການພົບປະ, ເຈລະຈາຕ່າງໆ, ການຢ້ຽມຢາມໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ, ພິເສດໃນການເຄື່ອນໄຫວນິຕິບັນຍັດ, ແລກປ່ຽນການຄ້າ ແລະ ຕົ້ນຕໍແມ່ນຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ. ໂດຍຜ່ານບັນດາການພົບປະ, ເຈລະຈາ ແລະ ແລກປ່ຽນຄຳຄິດຄຳເຫັນລະຫວ່າງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ພ້ອມກັບບັນດາການນຳພັກ, ລັດ ແລະ ສະພາແຫ່ງຊາດ ຈີນ ຢ່າງກົງໄປກົງມາ, 2 ຝ່າຍບັນລຸໄດ້ຄວາມຮູ້ລວມທີ່ຫລາຍຢ່າງກ່ຽວກັບທິດທາງ, ມາດຕະການໃຫຍ່ ຊຸກຍູ້ການພົວພັນ 2 ປະເທດພັດທະນາເປັນປົກກະຕິ, ປອດໃສ ແລະ ໝັ້ນຄົງໃນໄລຍະຈະມາເຖິງ.
ໝາກຜົນຈະແຈ້ງສຸດຂອງການຢ້ຽມຢາມຄັ້ງນີ້ແມ່ນການນຳຂັ້ນສູງ 2 ປະເທດ ບັນລຸໄດ້ຄວາມຮັບຮູ້ລວມ ແລະ ເຫັນດີຖືເປັນສຳຄັນນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ຊຶ່ງປະທານ ໂຮ່ຈີມິນ ແລະ ປະທານ ມາວເຈີ໋ດົງ ແລະ ບັນດາການນຳລຸ່ນກ່ອນຂອງ 2 ປະເທດໄດ້ເພີ່ມພູນຄູນສ້າງ. ຈຸດພົ້ນເດັ່ນຂອງການຢ້ຽມຢາມນີ້ ແມ່ນເປັນຄັ້ງທຳອິດທີ່ປະທານສະພາແຫ່ງຊາດ 2 ທ່ານໄດ້ລົງນາມໃນຂໍ້ຕົກລົງຮ່ວມມື ເປັນພື້ນຖານນິຕິກຳເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍ ແລະ ຫລາຍຝ່າຍລະຫວ່າງອົງການນິຕິບັນຍັດ 2 ປະເທດ. ພິເສດໃນການຢ້ຽມຢາມນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ແລກປ່ຽນຄຳເຫັນກັບການນຳພັກ, ລັດ ແລະ ສະພາແຫ່ງຊາດ ຈີນ ກ່ຽວກັບຄວາມບໍ່ລົງລອຍກັນ ແລະ ທັດສະນະທີ່ແຕກຕ່າງກັນໃນບັນຫາທະເລຕາເວັນອອກຢ່າງກົງໄປກົງມາ.
ພ້ອມກັບການພົວພັນດ້ານການເມືອງອັນດີງາມນັ້ນ, ການຮ່ວມມືເສດຖະກິດ - ການຄ້າ, ການລົງທຶນ ກໍ່ໄດ້ຖືກເຕື້ອງເຖິງໃນການຢ້ຽມຢາມຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ.
ການຢ້ຽມຢາມສັນທະວະໄມຕີ ຈີນ ຢ່າງເປັນທາງການ ຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ບໍ່ພຽງແຕ່ເປັນການປຶກສາຫາລືການຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດເທົ່ານັ້ນ ຫາກຍັງແມ່ນການປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ. ການຢ້ຽມຢາມຍິ່ງມີຄວາມໝາຍກ່ວາ ຂະນະທີ່ຖືກດຳເນີນໄປກົງກັບໂອກາດ 2 ປະເທດຈັດຕັ້ງສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.