ປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ2017ຂອງຫ້ອງວ່າການສະພາແຫ່ງຊາດ
ປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມ
ຜັນຂະຫຍາຍໜ້າທີ່ປີ 2017 ຂອງຫ້ອງວ່າການສະພາແຫ່ງຊາດ
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 12/01, ຫ້ອງວ່າການສະພາແຫ່ງຊາດໄດ້ຈັດກອງປະຊຸມພະນັກງານ, ລັດຖະກອນ, ພາລະກອນ ແລະ ສະຫຼຸບວຽກງານປີ 2016, ຜັນຂະຫຍາຍໜ້າທີ່ປີ 2017. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຊີ້ແຈ້ງວ່າ, ປີ 2016, ສະພາແຫ່ງຊາດຊຸດທີ 14 ໄດ້ສືບທອດ, ສືບຕໍ່ປ່ຽນໃໝ່, ຍົກສູງຄຸນນະພບ, ປະສິດທິຜົນການເຄື່ອນໄຫວກວ່າອີກ, ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ. ເນັ້ນໜັກເຖິງໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ, ສະພາແຫ່ງຊາດຕ້ອງປະຕິບັດສຳເລັດບົດບາດຂອງຕົນຢູ່ທັງ 3 ໜ້າທີ່: ສ້າງກົດໝາຍ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. ຄາດວ່າ, ປີ 2017, ສະພາແຫ່ງຊາດຈະຮັບຮອງເອົາຮ່າງກົດໝາຍ 24 ສະບັບ, ໃຫ້ຄຳເຫັນໃສ່ຮ່າງກົດໝາຍ 14 ສະບັບ…