ປະທານສະພາແຫ່ງຊາດເຂົ້າຮ່ວມການກວດກາຄັ້ງສຸດທ້າຍວຽກງານກະກຽມພິທີໄຂກອງປະຊຸມ APPF-26
(VOVWORLD) - ກອງປະຊຸມ APPF – 26 ຈະຕ້ອນຮັບຄະນະຜູ້ແທນລັດຖະສະພາທີ່ມາຈາກ 22 ປະເທດໃນພາກພື້ນ ອາຊີ - ປາຊີຟິກ ເຂົ້າຮ່ວມດ້ວຍຜູ້ແທນປະມານ 330 ທ່ານ.
ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ເຂົ້າຮ່ວມການກວດກາພິທີໄຂກອງປະຊຸມ APPF – 26 |
ຕອນບ່າຍວັນທີ 16 ມັງກອນ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ, ປະທານ APPF – 26 ຫງວຽນທິກິມເງິນ ແລະ ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫົວໜ້າຄະນະຈັດຕັ້ງ APPF – 26 ຕ່ອງທິຟ໋ອງ ເຂົ້າຮ່ວມການກວດກາຄັ້ງສຸດທ້າຍວຽກງານກະກຽມພິທີໄຂກອງປະຊຸມປະຈຳປີເວທີປາໄສລັດຖະສະພາບັນດາປະເທດ ອາຊີ - ປາຊີຟິກ ຄັ້ງທີ 26. ກອງປະຊຸມ APPF – 26 ຈະຕ້ອນຮັບຄະນະຜູ້ແທນລັດຖະສະພາທີ່ມາຈາກ 22 ປະເທດໃນພາກພື້ນ ອາຊີ - ປາຊີຟິກ ເຂົ້າຮ່ວມດ້ວຍຜູ້ແທນປະມານ 330 ທ່ານ.
ພາຍຫລັງການກວດກາພິທີໄຂດັ່ງກ່າວ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ກວດກາບັນດາວຽກງານກະກຽມໃຫ້ພິທີໄຂຢູ່ສຳນັກງານສະພາແຫ່ງຊາດ. ມາຮອດປັດຈຸບັນ, ທຸກວຽກງານກະກຽມໃຫ້ພິທີໄຂ ແລະ ວາລະປະຊຸມຕ່າງໆໃນໂຄງການດຳເນີນງານຂອງ APPF – 26 ໄດ້ສຳເລັດ. ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບລັດຖະສະພາບັນດາປະເທດໃນພາກພື້ນເຂົ້າຮ່ວມກອງປະຊຸມ.