ປະທານ​ສະ​ພາ​ແຫ່ງ​ຊາດ​ເດີນ​ທາງ​ຮອດ ນະ​ຄອນຫຼວງ Dhaka, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ​ບັງ​ກະ​ເລ​ເທດ ຢ່າງ​ເປັນ​ທາງ​ການ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຮອດນະຄອນຫຼວງ Dhaka, ເລີ່ມຕົ້ນການຢ້ຽມຢາມ ບັງກະລາເທດ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ບັງກະລາເທດ, Shirin Sharmin Chaudhury.
ປະທານ​ສະ​ພາ​ແຫ່ງ​ຊາດ​ເດີນ​ທາງ​ຮອດ ນະ​ຄອນຫຼວງ Dhaka, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ​ບັງ​ກະ​ເລ​ເທດ ຢ່າງ​ເປັນ​ທາງ​ການ - ảnh 1ຕາງໜ້າສະພາແຫ່ງຊາດ ບັງກະລາເທດ ຕ້ອນຮັບທ່ານປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນ ຫວຽດນາມ (ພາບ: VOV)

ຕອນເຊົ້າວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຮອດນະຄອນຫຼວງ Dhaka, ເລີ່ມຕົ້ນການຢ້ຽມຢາມ ບັງກະລາເທດ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ບັງກະລາເທດ, Shirin Sharmin Chaudhury. ຕ້ອນຮັບຄະນະຢູ່ສະໜາມບິນ, ທາງຝ່າຍ ບັງກະລາເທດ ມີທ່ານ Iqbalur Rahim, ສະມາຊິກລັດຖະສະພາ, ທ່ານ K.M. Abdus Salam ເລຂານຸການສະພາແຫ່ງຊາດ ບັງກະລາເທດ, ພະນັກງານສະພາແຫ່ງຊາດ ແລະ ກະຊວງການຕ່າງປະເທດ ບັງກະລາເທດ ຈຳນວນໜຶ່ງ. ສ່ວນຝ່າຍ ຫວຽດນາມ ມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບັງກະລາເທດ ຫງວຽນແມ້ງເກື່ອງ ແລະ ພະນັກງານສະຖານທູດ.  

        ພາຍຫຼັງມາຮອດນະຄອນຫຼວງ Dhaka, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເລີ່ມບັນດາການເຄື່ອນໄຫວ, ໃນນັ້ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະພົບປະສົນທະນາກັບຄູ່ຮ່ວມຕຳແໜ່ງ ບັງກະລາເທດ, Shirin Sharmin Chaudhury. ສອງຝ່າຍຈະລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ