ປະທານາທິບໍດີ Dmitry Medvedev ໄດ້ເຕື້ອງເຖິງບັນຫາສະຖານະການຮ້ອນເຮັ່ງຂອງລັດເຊຍ

ປະທານາທິບໍດີ Dmitry Medvedev ໄດ້ເຕື້ອງເຖິງບັນຫາສະຖານະການຮ້ອນເຮັ່ງຂອງລັດເຊຍ  - ảnh 1
ປະທານາທິບໍດີ Dmitry Medvedev
(ພາບ: AFP)

(vovworld) - ​ໃນ​ເວລາ 2 ຊົ່ວ​ໂມງ​ຕອບ​ສຳພາດ​​ໂດຍ​ກົງ​ຕໍ່ການ​ນຳ 5 ຊ່ອງ​ໂທລະພາບ​ໃຫຍ່​ຢູ່ລັດ​ເຊຍ​ເມື່ອວັນ​ທີ 26/4, ທ່ານ​ປະທານາທິບໍດີ Dmitry Medvedev ​ໄດ້​ເຕື້ອງ​ເຖິງ​ບັນດາ​ບັນຫາ​ສາ​ຖານະ​ການ ຮ້ອນ​ເຮັ່ງທີ່​ພວມ​ວາງ​ອອກ​ຕໍ​ລັດ​ເຊຍ. ​ເມື່ອ​ສະຫຼຸບ​ຫຍໍ້​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ໄລຍະ 4 ປີຜ່ານມາ ​ເຊິ່ງທ່ານ​ຮັກສາ​ຕຳ​ແໜ່​ງປະມຸກ​ລັດ​ປະ​ເທດ​ລັດ​ເຊຍ, ທ່ານ​ປະທານາທິບໍດີ Medvedev ​ໄດ້​ຊີ້​​ແຈ້ງ​ຜົນງານ​ໃຫຍ່​ສຸດບັນລຸ​ໄດ້​ແມ່ນ​ພັດທະນາ​ສັງຄົມ​ແຫ່ງ​ເສລີພາບ ​ແລະ ປະຊາທິປະ​ໄຕ​ຢູ່​ລັດ​ເຊຍ. ລັດ​ເຊຍ​ແມ່ນ​ປະ​ເທດ​ໄດ້​ຜ່ານ​ຜ່າ​ວິ​ກິດ​ການ​ເສດຖະກິດ - ການ​ເງິນ​ທົ່ວ​ໂລກ ດ້ວຍ​ລະດັບ​ເສຍ​ຫາຍ​ໜ້ອຍ​ສຸດ ​ແລະ ຟື້ນ​ຟູ​ເສດຖະກິດ - ສັງຄົມ​ໂດຍ​ໄວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ກໍ​ຖື​ວ່າ: ບັນດາ​ຜົນງານ​ດັ່ງກ່າວ​ແມ່ນ​ຍັງ​ບໍ່ທັນ​ໃຫຍ່ຫຼວງ. ກ່ຽວ​ກັບ​ບັນດາ​ໜ້າ​ທີ່​ຕໍ່ໜ້າ, ທ່ານ​ປະທານາທິບໍດີ Medvedev ຢືນຢັນ​ວ່າ: ຖ້າ​ຫາກ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ນຳພາ​ລັດຖະບານ​ໃໝ່​ຂອງ​ສະຫະພັນ​ລັດ​ເຊຍ, ທ່ານ​ຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ໄລຍະ​ຜ່ານ​ມາ, ລວມມີ​ການ​ປະຕິ​ຮູບ​ບັນດາ​ກຳລັງ​ປະກອບ​ອາວຸດ ​ເພື່ອ​​ແນ​ໃສ່ປະກອບສ່ວນຮັກສາ​ປະຊາ​ທິປະ​ໄຕ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ຄົ​ງ, ​ໃຫ້ບຸລິມະສິດ​ພັດທະນາ​ການ​ສຶກສາ, ສືບ​ຕໍ່​ປະຕິ​ຮູບ​ລະບົບ​ການ​ເມືອງ, ປະຕິບັດ ​ແລະ ສຳ​ເລັດ​ບັນດາ​ຄາດໝາຍ​ພັດທະນາ​ເສດຖະກິດ - ສັງຄົມ​ທີ່​ໄດ້​ຮັບ​ການ​ປະກາດ​ແລ້ວ, ຫຼຸດຜ່ອນຄວາມ​ທຸກ​ຍາກ​ອຶດຫິວ ​ແລະ ​ໄພ​ວາງ​ງານ, ດັບ​ປັບ​ສະພາບ​​ແວດ​ລ້ອມ​ແຫ່ງການ​ລົງທຶນ.​.​.

ຂ່າວ/ບົດ​ອື່ນ