ປ​ະ​ທາ​ນາ​ທິ​ບໍ​ດີ Donald Trump ຢັ້ງ​ຢືນ​ຮັກ​ສາ​ແຜນ​ການ​ເພີ່​ມ​ອັດ​ຕາ​ພາ​ສີ​ສຳ​ລັບ​ສິນ​ຄ້າ​ຈີນໄວ​້​ຄື​ເກົ່າ

(VOVWORLD) - ຄວາມຂັດແຍ່ງດ້ານການຄ້າໃນເດືອນກໍລະກົດ 2018 ໄດ້ເກີດຂຶ້ນດ້ວຍເລື່ອງ ສອງປະເທດຈັດວາງອັດຕາພາສີສຳລັບສິນຄ້າທີ່ມີມູນຄ່ານັບຮ້ອຍຕື້ USD ຂອງກັນຢ່າງລຽນຕິດ, ເຮັດໃຫ້ການເຕີບໂຕຂອງໂລກຢືນຢູ່ຕໍ່ໜ້າ ໄພອັນຕະລາຍຫຼາຍຢ່າງ.
ປ​ະ​ທາ​ນາ​ທິ​ບໍ​ດີ Donald Trump  ຢັ້ງ​ຢືນ​ຮັກ​ສາ​ແຜນ​ການ​ເພີ່​ມ​ອັດ​ຕາ​ພາ​ສີ​ສຳ​ລັບ​ສິນ​ຄ້າ​ຈີນໄວ​້​ຄື​ເກົ່າ - ảnh 1 ສິນຄ້າຂອງຈີນໄດ້ຈັດລຽງຢູ່ທ່າກ່ຳປັ່ນ Long Beach, California ອາເມລິກາ (ພາບ: TTXVN) 

 ວັນທີ 30 ສິງຫາ, ທ່ານປະທານາທິບໍດີ Donald Trump ຢັ້ງຢືນວ່າຈະຮັກສາແຜນການເພີ່ມອັດຕາພາສີສຳລັບສິນຄ້າຈີນໄວ້ຄືເກົ່າ. ກ່າວຄຳເຫັນທີ່ທຳນຽບຂາວ, ທ່ານ Donald Trump ຢັ້ງຢືນວ່າຈະບໍ່ມີການປ່ຽນແປງຫຍັງທີ່ກ່ຽວຂ້ອງເຖິງແຜນການເກັບພາສີຢູ່ໃນລະດັບ 15% ສຳລັບສິນຄ້າບາງປະເພດໃນບັນຊີລາຍຊື່ບັນດາປະເພດສິນຄ້າຈະຖືກຈັດວາງພາສີທີ່ມີມູນຄ່າ 125 ຕື້ USD ຂອງ ຈີນ ແຕ່ວັນທີ 1 ກັນຍາ.

ຕົ້ນອາທິດນີ້, ຫ້ອງການຕາງໜ້າການຄ້າ ອາເມລິກາ  (USTR) ກໍ່ໄດ້ຢັ້ງຢືນຄືນໃໝ່ວ່າ ບັນດາແຜນການຂອງທ່ານປະທານາທິບໍດີ Donald Trump ທີ່ຈັດວາງພາສີເພີ່ມເຕີມ 5% ສຳລັບບັນດາປະເພດສິນຄ້າທີ່ນຳເຂົ້າຈາກຈີນທີ່ມີມູນຄ່າ 300 ຕື້ USDນັ້ນ, ຄາດວ່າ ຈະມີຜົນສັກສິດຕາມລຳດັບຄືແຕ່ ວັນທີ 1 ກັນຍາ ແລະ ວັນທີ 15 ທັນວາ.

ຄວາມຂັດແຍ່ງດ້ານການຄ້າໃນເດືອນກໍລະກົດ 2018 ໄດ້ເກີດຂຶ້ນດ້ວຍເລື່ອງ ສອງປະເທດຈັດວາງອັດຕາພາສີສຳລັບສິນຄ້າທີ່ມີມູນຄ່ານັບຮ້ອຍຕື້ USD ຂອງກັນຢ່າງລຽນຕິດ, ເຮັດໃຫ້ການເຕີບໂຕຂອງໂລກຢືນຢູ່ຕໍ່ໜ້າ ໄພອັນຕະລາຍຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ