ທ່ານປະທານາທິບໍດີ Vladimir Putin ແລະ
ປະທານາທິບໍດີ Mahmoud Abbas
ພາບ: internet
|
(vovword) - ວັນທີ 26/6, ສືບຕໍ່ການຢ້ຽມຢາມບັນດາເຂດດິນແດນ ປາແລດສະຕີນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີການເຈລະຈາກັບປະທານາທິບໍດີ ປາແລດສະຕີນ Mahmoud Abbas. ທ່ານ Putin ແລະ ທ່ານ Abbas ຈະຕີລາຄາໝາກຜົນຂອງຮອບເຈລະຈາຜ່ານມາຂອງກຸ່ມ 4 ປະເທດ ກ່ຽວກັບການເຈລະຈາສັນຕິພາບຢູ່ຕາເວັນອອກກາງ ຊຶ່ງລວມມີ: ລັດເຊຍ, ອາເມລິກາ, ສະຫະພາບເອີລົບ ແລະ ສະຫະປະຊາຊາດ ໃນຕົ້ນປີ 2012 ຢູ່ Amman ຂອງ ຈໍແດນ. ກ່ອນຫນ້ານັ້ນ ປະທານາທິບໍດີ Putin ໄດ້ໄປຢ້ຽມຢາມ ອິດສະຣາແອນ ແລະ ເຈລະຈາກັບທ່ານ Benjamin Netanyahu ນາຍົກລັດຖະມົນຕີ ປະເທດນີ້. ກ່າວຄຳເຫັນໃນການປະຊຸມຂ່າວຮ່ວມກັບນາຍົກລັດຖະມົນຕີ ອິດສະຣາແອນ ຢູ່ Jeluxalem, ທ່ານ Putin ໄດ້ເລັ່ງລັດ ອິດສະຣາແອນ ແລະ ປາແລດສະຕີນ ເຊື່ອມຕໍ່ບັນດາການເຈລະຈາໂດຍສັນຕິ ຊຶ່ງຖືກໂຈະໄວ້ມາແຕ່ດົນນານແລ້ວ. ທ່ານ Putin ຊີ້ແຈງວ່າ: ກ່ຽວກັບສະພາບການຢູ່ຕາເວັນອອກກາງປະຈຸບັນ, ສິ່ງສຳຄັນແມ່ນຕ້ອງແກ້ໄຂບັນດາການປະທະກັນທີ່ແກ່ຍາວ. ລັດເຊຍ ຮຽກຮ້ອງໃຫ້ສອງຝ່າຍເຊື່ອມຕໍ່ບັນດາການເຈລະຈາ ແລະ ນັ້ນແມ່ນເສັ້ນທາງຫນຶ່ງດຽວເພື່ອແກ້ໄຂການປະທະກັນ.