(VOVWORLD) - ວັນທີ 3 ກໍລະກົດ, ປະຕູຖານຂໍ້ມູນນິຕິກຳທາງການ ໄດ້ແນະນຳ ລັດຖະດຳລັດ ຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ທີ່ໄດ້ອະນຸມັດຜ່ານຍຸດທະສາດ ປ້ອງກັນຄວາມສະຫງົບແຫ່ງຊາດໃໝ່ ຂອງປະເທດນີ້.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin |
ຍຸດທະສາດໃໝ່ໄດ້ຍົກອອກບັນດາບຸລິມະສິດຍຸດທະສາດຕົ້ນຕໍຂອງ ລັດເຊຍ ເປັນຕົ້ນແມ່ນການອະນຸລັກຮັກສາຊາດລັດເຊຍ, ອະນຸລັກຮັກສາຄຸນຄ່າທາງດ້ານຈິດໃຈ ແລະ ຄຸນສົມບັດທີ່ເປັນມູນເຊື້ອຂອງລັດເຊຍ, ກໍຄືຄວາມໝັ້ນຄົງຂອງລະບົບຊີວະພາບ ແລະ ການນຳໃຊ້ບັນດາແຫຼ່ງຊັບພະຍາກອນທຳມະຊາດໃຫ້ເໝາະສົມ.
ໜຶ່ງໃນບັນດາບັນຫາຈຸດສຸມທີ່ໄດ້ຍົກອອກໃນຍຸດທະສາດໃໝ່ນັ້ນແມ່ນ ການເນັ້ນໜັກເຖິງຄວາມສຳຄັນຂອງພື້ນຖານປ້ອງກັນຄວາມສະຫງົບແຫ່ງຊາດ. ໃນບັນດາໜ້າທີ່ຕົ້ນຕໍ, ລັດເຊຍ ໃຫ້ບຸລິມະສິດແກ່ການປົກປ້ອງສິດຜົນປະໂຫຍດແຫ່ງຊາດຂອງພົນລະເມືອງ ລັດເຊຍ ຢູ່ພາຍໃນປະເທດ ແລະ ຕ່າງປະເທດ.
ຍຸດທະສາດໃໝ່ນີ້ ໄດ້ຖືເລື່ອງ NATO ສ້າງພື້ນຖານໂຄງລ່າງການທະຫານໃກ້ກັບຊາຍແດນ ລັດເຊຍ, ຍູ້ແຮງບັນດາການເຄື່ອນໄຫວສືບລາຊະການລັບ ແມ່ນເຮັດໃຫ້ເພີ່ມຄວາມເປັນອັນຕະລາຍດ້ານການທະຫານ ແລະ ແມ່ນບັນດາໄພນາບຂູ່ການທະຫານ ຕໍ່ ສະຫະພັນລັດເຊຍ.
ວັນເທື່ອງ - ນັກຂ່າວ VOV ປະຈຳ ລັດເຊຍ.