ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ປະ​ກາດ​ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ການ​ເຈ​ລະ​ຈາກັບ ອາ​ເມ​ລິ​ກາ

(VOVWORLD) -ເມື່ອຕີລາຄາກ່ຽວກັບການພົບປະຄັ້ງທຳອິດກັບທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານ Putin ໃຫ້ຮູ້ວ່າ: ການພົບປະໄດ້ດຳເນີນໄປໃນບັນຍາກາດໄມ້ຕິຈິດ, ພ້ອມທັງຕີລາຄາສູງຕໍ່ຄວາມເປັນມືອາຊີບຂອງຄູ່ຮ່ວມຕຳແໜ່ງ ອາເມລິກາ.
ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ປະ​ກາດ​ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ການ​ເຈ​ລະ​ຈາກັບ ອາ​ເມ​ລິ​ກາ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden
(ພາບ: THX/TTXVN) 

ວັນທີ 17 ມິຖຸນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ ປະເທດນີ້ພ້ອມແລ້ວທີ່ຈະສືບຕໍ່ການເຈລະຈາກັບ ອາເມລິກາ ດ້ວຍເງື່ອນໄຂ ອາເມລິກາ ກໍ່ພ້ອມແລ້ວທີ່ຈະເຈລະຈາກັບ ລັດເຊຍ. ຖະແຫຼງການນີ້ໄດ້ຍົກອອກມາ ພາຍຫຼັງກອງປະຊຸມສຸດຍອດຄັ້ງປະຫວັດສາດ ລະຫວ່າງ ທ່ານປະທານາທິບໍດີ Putin ແລະ ທ່ານປະທານາທິບໍດີ Joe Biden ຢູ່ ເຊີແນວ, ປະເທດ ສະວິດ.

ເມື່ອຕີລາຄາກ່ຽວກັບການພົບປະຄັ້ງທຳອິດກັບທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານ Putin ໃຫ້ຮູ້ວ່າ: ການພົບປະໄດ້ດຳເນີນໄປໃນບັນຍາກາດໄມ້ຕິຈິດ, ພ້ອມທັງຕີລາຄາສູງຕໍ່ຄວາມເປັນມືອາຊີບຂອງຄູ່ຮ່ວມຕຳແໜ່ງ ອາເມລິກາ. ຕາມທ່ານ Putin ແລ້ວ, ທ່ານປະທານາທິບໍດີ Joe Biden ຮູ້ວ່າ: ທ່ານຢາກບັນລຸໄດ້ສິ່ງໃດ ແລະ ໄດ້ສະແດງອອກຢ່າງຄ່ອງແຄ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ