ປະທານາທິບໍດີ ລັດເຊຍ ຮຽກຮ້ອງລັດຖະບານໃໝ່ ຊຸກຍູ້ການປ່ຽນແປງໃໝ່

(VOVWORLD) - ວັນທີ 26 ພຶດສະພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຮຽກຮ້ອງໃຫ້ລັດຖະບານໃໝ່ ຈົ່ງມານະພະຍາຍາມເຮັດວຽກ ເພື່ອນຳມາເຊິ່ງ “ການປ່ຽນແປງທຸກດ້ານໃນຊີວິດການເປັນຢູ່”.
ປະທານາທິບໍດີ ລັດເຊຍ ຮຽກຮ້ອງລັດຖະບານໃໝ່ ຊຸກຍູ້ການປ່ຽນແປງໃໝ່ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin  (ພາບ: EPA/TTXVN)

ກ່າວຄຳເຫັນຕໍ່ໜ້າບັນດາລັດຖະມົນຕີໃນກອງປະຊຸມຄະນະລັດຖະບານໃໝ່ທຳອິດຢູ່ວັງ Kremlin, ທ່ານປະທານາທິບໍດີ ລັດເຊຍ Putin ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານຄວນມີຫົວຄິດປະດິດສ້າງ ແລະ ມີບັນດາຂໍ້ລິເລີ່ມໃໝ່, ກໍ່ຄືຄວນສ້າງແບບແຜນການຄຸ້ມຄອງທັນສະໄໝ. ທ່ານ Putin ຊີ້ແຈ້ງວ່າ: “ກຳລັງໜູນຂອງການປ່ຽນແປງໃນທຸກດ້ານຂອງການດຳລົງຊີວິດ ຕ້ອງໄດ້ຊອກເຫັນຢູ່ທີ່ນີ້”.

        ວັນທີ 18 ພຶດສະພາ ຜ່ານມາ, ທ່ານປະທານາທິບໍດີ Putin ໄດ້ໃຫ້ສັດຕະຍາບັນບັນຊີລາຍຊື່ຄະນະລັດຖະບານທັງໝົດຕາມຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ Dmitry Medvedev ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ